ຫວຽດນາມ - ລາວ ສ້າງຕັ້ງສາຍພົວພັນແບບພິເສດ, ຫຼາຍຂະແໜງ, ຫຼາຍຂົງເຂດ

(VOVWORLD) -60 ປີຜ່ານມາ, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງສາຍພົວພັນແບບພິເສດທີ່ສຸດ, ຫຼາຍຂະແຫຼງ, ຫຼາຍຂົງເຂດ ຈາກສູນກາງລົງຮອດທ້ອງຖິ່ນ.
ຫວຽດນາມ - ລາວ ສ້າງຕັ້ງສາຍພົວພັນແບບພິເສດ, ຫຼາຍຂະແໜງ, ຫຼາຍຂົງເຂດ - ảnh 1ທ່ານ ຫງວຽນວັນເນັນ, ເລຂາພັກນະຄອນ ໂຮ່ຈີມິນ, ຕ້ອນຮັບຄະນະການນຳນະຄອນຫຼວງ ວຽງຈັນ, ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ
(ພາບ: sggp.org.vn)

ຕອນຄ່ຳວັນທີ 29 ສິງຫາ, ທ່ານ ຫງວຽນວັນເນັນ, ເລຂາພັກນະຄອນ ໂຮ່ຈີມິນ, ໄດ້ຕ້ອນຮັບຄະນະການນຳນະຄອນຫຼວງ ວຽງຈັນ, ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ ເນື່ອງໃນໂອກາດຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022) ຢູ່ນະຄອນ ໂຮ່ຈີມິນ.

        ທີ່ການຕ້ອນຮັບ, ທ່ານເລຂານະຄອນ ໂຮ່ຈີມິນ ຫງວຽນວັນເນັນ ຢືນຢັນວ່າ, 60 ປີຜ່ານມາ, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງສາຍພົວພັນແບບພິເສດທີ່ສຸດ, ຫຼາຍຂະແຫຼງ, ຫຼາຍຂົງເຂດ ຈາກສູນກາງລົງຮອດທ້ອງຖິ່ນ. ທ່ານ ຫງວຽນວັນເນັນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມີນ ພ້ອມກັບບັນດາທ້ອງຖິ່ນຂອງລາວ ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳ, ປະຕິບັດວຽກງານໂຄສະນາ, ສຶກສາກ່ຽວກັບມູນເຊື້ອສາຍພົວພັນ ຫວຽດນາມ - ລາວ, ພິເສດແມ່ນລຸ້ນໜຸ່ມໃຫ້ເປັນຢ່າງດີ, ເພີ່ມທະວີວຽກງານແລກປ່ຽນ, ແບ່ງປັນບົດຮຽນໃນຫຼາຍຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ໂດຍຕາງໜ້າໃຫ້ບັນດາທ້ອງຖິ່ນຂອງ ລາວ, ການນຳນະຄອນຫຼວງ ວຽງຈັນ, ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ ໄດ້ສະແດງຄວາມຂອບໃຈຕໍ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ໄດ້ ແລະ ພວມສືບຕໍ່ເອົາໃຈໃສ່ເປັນພິເສດໃນຫຼາຍຂົງເຂດໃຫ້ແກ່ບັນດາທ້ອງຖິ່ນຂອງ ລາວ, ທ່ານເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຈະຊຸກຍູ້ໃຫ້ 2 ປະເທດນັບມື້ນັບພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

        ເນື່ອງໃນໂອກາດນີ້, ການນຳນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ, ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສະຫະພັນແມ່ຍິງ ນະຄອນ ໂຮ່ຈີມິນ ກັບ ສະຫະພັນແມ່ຍິງນະຄອນ ຫຼວງວຽງຈັນ ແລະ ສະຫະພັນແມ່ຍິງແຂວງ ຈຳປາສັກ.

ຕອບກັບ

ຂ່າວ/ບົດ​ອື່ນ