ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງ ບັນ​ດາ​ກຳ​ລັງ​ຄຸ້ມ​ຄອງ ແລະ ປ້ອງ​ກັນ​ຊາຍ​ແດນ

(VOVWORLD) -ຕອນບ່າຍວັນທີ 8 ກັນຍາ, ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. 
ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງ ບັນ​ດາ​ກຳ​ລັງ​ຄຸ້ມ​ຄອງ ແລະ ປ້ອງ​ກັນ​ຊາຍ​ແດນ - ảnh 1ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ (ພາບ: qdnd.vn

ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື, ເປັນຕົ້ນແມ່ນກົນໄກແລກປ່ຽນນະໂຍບາຍການປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ເພີ່ມທະວີການສົມທົບ, ຮ່ວມມືລະຫວ່າງ ບັນດາກຳລັງ ຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນລະຫວ່າງສອງປະເທດ ໃນການສະກັດກັ້ນອາດຊະຍາກຳຂ້າມຊາດ, ການຄ້າເຖື່ອນ, ຊື້ຂາຍ ແລະ ຂົນສົ່ງຢາບ້າ, ຢາເສບຕິດ…ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວລາດຕາເວນ,ກວດກາຢ່າງແໜ້ນແຟ້ນເຂດຊາຍແດນ, ເດັດດ່ຽວສະກັດກັ້ນບັນດາການເຄື່ອນໄຫວເຂົ້າ - ອອກເມືອງທີ່ຜິດກົດໝາຍ, ປະກອບສ່ວນເຂົ້າໃນການສະກັດກັ້ນໂລກລະບາດ Covid – 19 ຢູ່ແຕ່ລະປະເທດ, ເພີ່ມທະວີການຮ່ວມມືກ່ຽວກັບການແບ່ງປັນບົດຮຽນປະສົບການໃນການກໍ່ສ້າງກອງທັບ…ສອງຝ່າຍກໍ່ໄດ້ສະແດງຄວາມສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສຮ່ວມມືປ້ອງກັນຊາດ ຫຼາຍຝ່າຍ ໃນຂອບເຂດອາຊຽນກໍ່ຄືສຳລັບກົນໄກໂດຍອາຊຽນສວມບົດບາດເປັນໃຈກາງ. ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວຢັ້ງຢືນວ່າ ສືບຕໍ່ສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມໃນການຮັບບົດບາດເປັນປະທານອາຊຽນໃຫ້ສຳເລັດຜົນ, ໃນນັ້ນມີການສ້າງຕັ້ງສຳເລັດບັນດາການເຄື່ອນໄຫວຈະມາເຖິງ ຄື: ກອງປະຊຸມຜູ້ບັນຊາການປ້ອງກັນປະເທດ ອາຊຽນ, ກອງປະຊຸມ ADMM, ADMM+

ຕອບກັບ

ຂ່າວ/ບົດ​ອື່ນ