ຫວຽດນາມ - ລາວ ແບ່ງປັນບົດຮຽນ ການເຄືອນໄຫວສະພາ ແຫ່ງຊາດ, ສະພາປະຊາຊົນ

ຫວຽດນາມ - ລາວ ແບ່ງປັນບົດຮຽນ ການເຄືອນໄຫວສະພາ ແຫ່ງຊາດ, ສະພາປະຊາຊົນ - ảnh 1
ຫວຽດນາມ - ລາວ ​ແບ່ງປັນ​ບົດຮຽນການ​ເຄືອ​ນ​ໄຫວ​ສະພາ​ແຫ່ງ​ຊາດ, ສະພາປະຊາຊົນ
(ພາບ: baobinhduong.org.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 27/2, ຄະນະ​ຜູ້​ແທນ​ກຳມາ​ທິການ​ວັດທະນະທຳ - ສັງຄົມ​ສະພາ​ແຫ່ງ​ຊາດ ລາວ ​ໂດຍ​ທ່ານ ພອນ​ເທບ ພົນ​ເສນາ, ກຳມະການປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າກຳ​ມະ​ທິການ​ເປັນ​ຫົວໜ້າຄະນະ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ບິງ​ເຢືອງ.

    ທີ່​ການ​ເຮັດ​ວຽກ, ບັນດາຜູ້ແທນແຂວງ ບິງ​ເຢືອງ ກໍ່ໄດ້ແບ່ງປັນບົດຮຽນການປະຕິບັດ​ບັນດາ​ໂຄງການ, ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ບັນດາ​ນະ​ໂຍບາຍ​ສ້າງ​ວຽກ​ເຮັດ​ງານ​ທຳ, ບຳລູງສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເບິ່ງ​ແຍງ​ດູ​ແລຜູ້​ອອກ​ແຮງ​ງານ​ຢູ່​ທ້ອງ​ຖິ່ນ​ຢ່າງຮອບ​ດ້ານ...ທ່ານ ພອນ​ເທບ ພົນ​ເສນາ ສະ​ແດງຄວາມປະທັບໃຈ ຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງ ຫວຽດນາມ ເວົ້າລວມ ແລະ ຂອງແຂວງ ບິງເຢືອງ ເວົ້າສະເພາະ. ທ່ານໃຫ້ຮູ້ວ່າການຢ້ຽມຢາມຂອງຄະນະຜູ້ແທນ ລາວ ຢູ່ ຫວຽດນາມ ຄັ້ງນີ້ເພື່ອປະກອບສ່ວນປັບປຸງສາຍພົວພັນສາມັກຄີ, ມິດຕະພາບພິເສດລະຫວ່າງສອງຊາດ ໃຫ້ນັບມື້ນັບດີງາມກວ່າອີກ. ຜ່ານການຢ້ຽມຢາມ, ຄະນະຜູ້ແທນຊອກຮູ​ໄດ້​ບັນດາຂໍ້ມູນຂ່າວສານ, ບົດຮຽນທີ່​ດີໃນ​ຂັ້ນຕອນ​ການ​ຕິດຕາມ​ກວດກາ, ການ​ຮັບ​ເອົາ​ຄຳ​ເຫັນ​ຈາກປະຊາຊົນຂອງສະພາປະຊາຊົນແຂວງ ບິງ​ເຢືອງ. ​ໃນ​ວັນ​ດຽວກັນ, ຄະນະ​ຜູ້​ແທນ​ກຳມາ​ທິການ​ວັດທະນະທຳ - ສັງຄົມ​ສະພາ​ແຫ່ງ​ຊາດ ລາວ ​ໄດ້​ມາຢ້ຽມຊົມສູນກາງບໍລິຫານ​ແບບ​ລວມສຸນແຂວງ ບິງເຢືອງ ແລະ ​ໃຈກາງນະຄອນ ບິງເຢືອງ ໃໝ່.

ຂ່າວ/ບົດ​ອື່ນ