ຫວຽດ​ນາມ - ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ຕິດ​ຕາມກວດ​ກາ, ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ

(VOVWORLD) - ໝາກຜົນປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະກວດກາສູນກາງພັກ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ລະຫວ່າງ  2 ອົງການກວດກາສູນກາງເວົ້າສະເພາະ.
ຫວຽດ​ນາມ - ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ຕິດ​ຕາມກວດ​ກາ, ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ - ảnh 1ກອງປະຊມສົນທະນາ (ພາບ: VOV)

ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ເຈີນເກີມຕູ້ ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກວດກາສູນກາງພັກ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ເປັນປະທານກອງປະຊມສົນທະນາກັບ ຄະນະຜູ້ແທນຂັ້ນສູງຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ໂດຍທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກວດກາສູນກາງ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງ, ຫົວໜ້າອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ.

          ໃນກອງປະຊຸມສົນທະນາ, ສອງຝ່າຍຖືວ່າ ໝາກຜົນປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະກວດກາສູນກາງພັກ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ລະຫວ່າງ  2 ຄະນະກວດກາສູນກາງພັກເວົ້າສະເພາະ. ໃນໄລຍະຈະມາເຖິງ, ສອງຝ່າຍ ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນໃນ ເອກະສານຮ່ວມມືລະຫວ່າງ 2 ຄະນະ ໄລຍະ 2022 – 2026. ສອງຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາບົດຮຽນປະສົບການອັນລ້ຳຄ່າໃນວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນພັກ ແລະ ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ພ້ອມທັງເປັນເອກະພາບກັນກ່ຽວກັບທິດທາງ, ມາດຕະການຕ່າງໆ ເພື່ອສືບຕໍ່ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງປະເທດ ແລະ ລະຫວ່າງສອງຄະນະກວດກາສູນກາງຂອງສອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ