ຫວຽດນາມ - ລາວ ແບ່ງປັນບົດຮຽນໃນການສ້າງຫ້ອງມູນເຊື້ອຂອງສະພາແຫ່ງຊາດ

(VOVWORLD) -ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການອອກແບບ, ກໍ່ສ້າງ, ຄັດເລືອກເນື້ອໃນເພື່ອວາງສະແດງທີ່ຫ້ອງມູນເຊື້ອຂອງສະພາແຫ່ງຊາດ
ຫວຽດນາມ - ລາວ ແບ່ງປັນບົດຮຽນໃນການສ້າງຫ້ອງມູນເຊື້ອຂອງສະພາແຫ່ງຊາດ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ສົມມາດ ພົນເສນາ ແລະ ຄະນະຜູ້ແທນ
(ພາບ: daibieunhandan.vn)

ຕອນບ່າຍວັນທີ 08 ກໍລະກົດ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ລາວ ສົມມາດ ພົນເສນາ ແລະ ຄະນະຜູ້ແທນສະພາແຫ່ງຊາດ, ພະນັກງານຄະນະເລຂາສະພາແຫ່ງຊາດ ລາວ ໄດ້ມີການເຮັດວຽກກັບຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເພື່ອແບ່ງປັນ, ແລກປ່ຽນບົດຮຽນໃນການສ້າງຫ້ອງມູນເຊື້ອຂອງສະພາແຫ່ງຊາດ ລາວ.

        ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການອອກແບບ, ກໍ່ສ້າງ, ຄັດເລືອກເນື້ອໃນເພື່ອວາງສະແດງທີ່ຫ້ອງມູນເຊື້ອຂອງສະພາແຫ່ງຊາດ; ຮັບໃຊ້ວຽກງານໂຄສະນາພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2022) ແລະ ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022) ໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ດ້ວຍຮູບການແລກປ່ຽນວັດຖຸພັນ, ພາບຖ່າຍ ເຊິ່ງຄາດວ່າຈະນຳມາວາງສະແດງໃນພິທີສະເຫຼີມສະຫຼອງ. ສະແດງຄວາມປະທັບໃຈເມື່ອຢ້ຽມຢາມຫ້ອງມູນເຊື້ອຂອງສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ສົມມາດ ພົນເສນາ, ສະເໜີໃຫ້ກົມທີ່ມີໜ້າທີ່ຂອງຫ້ອງວ່າການສະພາແຫ່ງຊາດ 2 ປະເທດ ສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນເອກະສານ, ວັດຖຸພັນທີ່ຈະມາວາງສະແດງຢູ່ຫ້ອງມູນເຊື້ອຂອງສະພາແຫ່ງຊາດ ລາວ ກໍຄືພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ