ຫວຽດນາມ - ລາວຍູ້ແຮງການຮ່ວມມື ບຳລຸງສ້າງພະນັກງານການນຳ


    ຫວຽດນາມ - ລາວຍູ້ແຮງການຮ່ວມມື ບຳລຸງສ້າງພະນັກງານການນຳ - ảnh 1
ຊຸດ​ອັບ​ຮົມ​ໃຫ້​ແກ່​ພະ​ນັກ​ງານ​​ແນວ​ລາວສ້າງ​ຊາດ

(vovworld)-   ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດວ່າ​ດ້ວຍ​ຫົວ​ຂໍ້ “ວຽກ​ງານ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢູ່​ຫວຽດ​ນາມ ແລະ ລາວ​”ຖືກ​ໄຂ​ຂຶ້ນ​ໃນ​ຕອບ​ບ່າຍ​ວັນ​ທີ 26/10 ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ເຖິງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ​ເວົ້າ​ລວມ ແລະ ການ​ພົວ​ພັນ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ເວົ້າ​ສະ​ເພາະ​ລະ​ຫວ່າງ​ພັກກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ກາຍ​ເປັນ​ຫົວ​ເລື່ອງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄ້​ວາ​ຂອງ 2 ປະ​ເທດ. ໃນ​ເງື່ອນ​ໄຂ​ປະ​ຕິ​ບັດການ​ຫັນປະ​ເທດ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢູ່​​ແຕ່​ລະ​ປະ​ເທດ, ວຽກ​ງານບຳ​ລຸງ​ສ້າງ​ພະ​ນັກ​ງານ​ນັບ​ມື້​ນັບ​ຈຳ​ເປັນ​ຍິ່ງກວ່າ​ເວ​​ລາໃດ​ໝົດ. ຜ່ານນັ້ນ ກໍ​ເປັນ​ພື້ນ​ຖານ​ດ້າ​ນ​ວິ​ທະ​ຍາ​ສາດ​ໃຫ້​ແກ່​ການ​ວາງ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃນ​ການ​ພົວ​ພັນ​ຮ່ວມ​ມື ບຳ​ລຸງ​ສ້າງ​ພະ​ນັກ​ງານ​​ການນ​ຳ, ຄຸ້ມ​ຄອງລະ​ຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ