ຫວຽດນາມ - ລາວເຫັນດີເປັນເອກະພາບເພີ່ມເຕີມເນື້ອໃນໃໝ່, ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ
(VOVWORLD) - ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ ດ້ວຍການເພີ່ມເຕີມເນື້ອໃນໃໝ່: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກມັດຍຸດທະສາດ”.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: VOV) |
ນີ້ແມ່ນໝາກຜົນຂອງການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ພັກກອມມິນູດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 1 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ. ການເຈລະຈາໄດ້ດຳເນີນພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ຫວຽດນາມໃນໂອກາດມາຢ້ຽມຢາມທາງລັດຖະກິດ ສປປ.ລາວ.
ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ ດ້ວຍການເພີ່ມເຕີມເນື້ອໃນໃໝ່: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກມັດຍຸດທະສາດ”. ນີ້ແມ່ນການຢັ້ງຢືນວິໄສທັດລວມ, ຜົນປະໂຫຍດຍຸດທະສາດສະຫຼັບກັນ ແລະ ການກຳນົດທິດຮ່ວມເດີນທາງຍາວນານ ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນລວມຂອງສອງຊາດ.
ສິ້ນສຸດການເຈລະຈາ, ການນຳສອງທ່ານໄດ້ເປັນສັກຂີພະຍານ ພິທີມອມຮັບເອກະສານຮ່ວມມື 12 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງຂອງສອງປະເທດບົນພື້ນຖານບັນດາຂົງເຂດເສົາຄ້ຳລວມມີ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການແພດ, ຍຸຕິທຳ, ການສຶກສາ - ບຳລຸງສ້າງ, ການເງິນ - ທະນາຄານ.