ຫວຽດນາມ, ສິງກະໂປ ຊຸກຍູ້ການເຊື່ອມຕໍ່ແຫຼ່ງຂໍ້ມູນພົນລະເມືອງ

(VOVWORLD) - ໃນປີນີ້, 2 ປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະ ແທດຈິງ
ຫວຽດນາມ, ສິງກະໂປ ຊຸກຍູ້ການເຊື່ອມຕໍ່ແຫຼ່ງຂໍ້ມູນພົນລະເມືອງ - ảnh 1ທີ່ການພົບປະ
(ພາບ: TTXVN)

        ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານພົນໂທ, ຫງວຽນຢຸຍງອັກ, ຮອງລັດຖະມົນຕີ, ເປັນຫົວໜ້າຄະນະ ພວມດຳເນີນການໄປປະຕິບັດງານຢູ່ ສິງກະໂປ.

        ວັນທີ 01 ກຸມພາ, ທ່ານຮອງລັດຖະມົນຕີ ຫງວຽນຢຸຍງອັກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຊຽວຈູງສຽນ, ລັດຖະມົນຕີຂັ້ນສູງ ທັງເປັນລັດຖະມົນຕີຜູ້ປະສານງານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ. ທີ່ການພົບປະ, 2 ຝ່າຍສືບຕໍ່ເນັ້ນໜັກວ່າ, ໃນປີນີ້, 2 ປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະ ແທດຈິງ, ຜ່ານນັ້ນ, ກໍ່ປະກອບສ່ວນສ້າງປະຖົມປັດໄຈເພື່ອເພີ່ມທະວີ, ຍົກລະດັບການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຫງວຽນຢຸຍງອັກ ກໍ່ໄດ້ເຂົ້າຮ່ວມວາລະພົບປະສົນທະນາປະຈຳປີລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ ສິງກະໂປ. ທີ່ວາລະພົບປະສົນທະນາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການເຊື່ອມຕໍ່ຂໍ້ມູນພົນລະເມືອງລະຫວ່າງ 2 ປະເທດ, ຜ່ານການເຊື່ອມຕໍ່ແອັບ VneID ຂອງ ຫວຽດນາມ ແລະ SingPass ຂອງ ສິງກະໂປ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ 2 ປະເທດໃນບັນດາຂົງເຂດ, ຄື: ການຮ່ວມມືດ້ານການແພດ, ການຮ່ຳຮຽນ, ທ່ອງທ່ຽວ; ແບ່ງປັນຂໍ້ມູນຂ່າວເພື່ອຕ້ານອາຊະຍາກຳ, ພິເສດແມ່ນອາດຊະຍາກຳຢາເສບຕິດ…

ຕອບກັບ

ຂ່າວ/ບົດ​ອື່ນ