ຫວຽດນາມ - ສິງກະໂປ ແບ່ງປັນປະສົບການກ່ຽວກັບຂົງເຂດຫໍພິພິທະພັນ

(VOVWORLD) -ການໂອ້ລົມສົນທະນາວິທະຍາສາດ “ຄົ້ນຄວ້າ, ເກັບກໍາ, ວາງສະແດງ ແລະ ຄຸ້ມຄອງວັດຖຸພັນຢູ່ຫໍພິພິທະພັນ”.
ຫວຽດນາມ - ສິງກະໂປ ແບ່ງປັນປະສົບການກ່ຽວກັບຂົງເຂດຫໍພິພິທະພັນ - ảnh 1ການໂອ້ລົມສົນທະນາວິທະຍາສາດ “ຄົ້ນຄວ້າ, ເກັບກໍາ, ວາງສະແດງ ແລະ ຄຸ້ມຄອງວັດຖຸພັນຢູ່ຫໍພິພິທະພັນ” (ພາບ: TTXVN)

ວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ຫໍພິພິທະພັນສິລະປະ ແຫ່ງຊາດສິງກະໂປ ໄດ້ສົມທົບກັນຈັດຕັ້ງການໂອ້ລົມສົນທະນາວິທະຍາສາດ “ຄົ້ນຄວ້າ, ເກັບກໍາ, ວາງສະແດງ ແລະ ຄຸ້ມຄອງວັດຖຸພັນຢູ່ຫໍພິພິທະພັນ”. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນສອງປະເທດ ໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາທີ່ກ່ຽວຂ້ອງເຖິງວຽກງານຄົ້ນຄວ້າ, ຈັດຕັ້ງວາງສະແດງ; ພັດທະນາ, ເກັບກໍາວັດຖຸພັນ; ແບ່ງປັນປະສົບການ ທີ່ກ່ຽວຂ້ອງເຖິງບັນຫາລິຂະສິດ; ວຽກງານຄັດເລືອກ ແລະ ຄົ້ນຄວ້າ.


ຕອບກັບ

ຂ່າວ/ບົດ​ອື່ນ