ຫວຽດນາມ ສົ່ງອອກເຄື່ອງປະດັບປະດາໃນ​ໂອ​ກາດວັນບຸນຄຼິດສະມາດ ໄປຍັງອາເມລິກາ ບັນລຸມູນຄ່າກ່ວາ 1 ຕື້ໂດລາສະຫະລັດ

(VOVWORLD) - ໃນບົດຂຽນເອົາລົງເມື່ອວັນທີ 20 ທັນວາ ໃນ freightwaves.com, ເຊິ່ງເປັນຖານຂໍ້ມູນກ່ຽວກັບລະບົບສະໜອງທົ່ວໂລກ, ໃນວັນບຸນ ຄຼິດສະມາດ ປີ 2022, ວົງເງິນການສົ່ງທຽນຂອງ ຫວຽດນາມ ໄປ ຍັງ ອາເມລິກາ ບັນລຸກ່ວາ 1 ຕື້ໂດລາສະຫະລັດ
ຫວຽດນາມ ສົ່ງອອກເຄື່ອງປະດັບປະດາໃນ​ໂອ​ກາດວັນບຸນຄຼິດສະມາດ ໄປຍັງອາເມລິກາ ບັນລຸມູນຄ່າກ່ວາ 1 ຕື້ໂດລາສະຫະລັດ - ảnh 1ພາບປະກອບ

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສົ່ງອອກບັນດາຜະລິດຕະພັນປະດັບປະດາ ໃນໂອກາດວັນບຸນຄຼິດສະມາດ ເຂົ້າຕະຫຼາດ ອາເມລິກາ ຫຼາຍທີ່ສຸດ. ໃນຈຳນວນສິນຄ້າສົ່ງອອກຂອງ ຫວຽດນາມ ເຂົ້າ ອາເມລິກາ, ບັນດາຜະລິດຕະພັນທຽນເພື່ອນຳໃຊ້ໃນໂອກາດ ວັນບຸນຄຼິດສະມາດ ບັນລຸວົງເງິນການສົ່ງອອກທີ່ໜ້າປະທັບໃຈ. ໃນບົດຂຽນເອົາລົງເມື່ອວັນທີ 20 ທັນວາ ໃນ freightwaves.com, ເຊິ່ງເປັນຖານຂໍ້ມູນກ່ຽວກັບລະບົບສະໜອງທົ່ວໂລກ, ໃນວັນບຸນ ຄຼິດສະມາດ ປີ 2022, ວົງເງິນການສົ່ງທຽນຂອງ ຫວຽດນາມ ໄປ ຍັງ ອາເມລິກາ ບັນລຸກ່ວາ 1 ຕື້ໂດລາສະຫະລັດ. ທຽນແມ່ນໜຶ່ງໃນບັນດາເຄື່ອງປະດັບປະດາ ວັນບຸນ ຄຼິດສະມາດ ທີ່ບັນດາປະເທດສົ່ງອອກໄປຍັງຕະຫຼາດ ອາເມລິກາ, ຄຽງຄູ່ກັບຕົ້ນແປກທີ່ເຮັດດ້ວຍຢາງ, ດອກໄຟປະດັບ ແລະ ບັນດາຜະລິດຕະພັນປະດັບປະດາອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ