ຫວຽດ​ນາມ ສົ່ງ​ອອກ​ໝາກ​ພຸກ​ງວດ​ທຳ​ອິດ​ໄປ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 28 ພະຈິກ, ຢູ່ແຂວງ ເບັ້ນແຈ ຂອງ ຫວຽດນາມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເບັ້ນແຈ ໄດ້ຈັດພິທີປະກາດການສົ່ງອອກໝາກພຸກ (ໝາກກ້ຽງໃຫຍ່) ງວດທຳອິດຂອງ ຫວຽດນາມ ໄປຍັງ ອາເມລິກາ. 
ຫວຽດ​ນາມ ສົ່ງ​ອອກ​ໝາກ​ພຸກ​ງວດ​ທຳ​ອິດ​ໄປ ອາ​ເມ​ລິ​ກາ - ảnh 1(ພາບປະກອບ: VOV)

 ຕາມກົມປ້ອງກັນພືດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ອາເມລິກາ ແມ່ນຕະຫຼາດຮຽກຮ້ອງຕ້ອງມີມາດຕະຖານສູງ. ດັ່ງນັ້ນ, ເພື່ອພັດທະນາຕະຫຼາດແຫ່ງນີ້, ວິສາຫະກິດ ແລະ ຜູ້ປູກຝັງ ຕ້ອງປະຕິບັດຂໍ້ກຳນົດຂອງປະເທດນຳເຂົ້າຢ່າງເຂັ້ມງວດ. ທ່ານ ຮວ່າງຈູງ, ຫົວໜ້າກົມປ້ອງກັນພືດຖືວ່າ:

        “ພວກເຮົາຕ້ອງມີວິທີປ້ອງກັນ ແລະ ສະກັດກັ້ນສັດຕູພືດກ່ອນທີ່ຈະສົ່ງອອກໄປຍັງຕະຫຼາດ ອາເມລິກາ, ນັ້ນແມ່ນຄວາມຮັບຜິດຊອບຂອງຜູ້ປູກຜະລິດຕະພັນດັ່ງກ່າວ ກໍຄືຂອງອົງການວິຊາສະເພາະທີ່ມີຄວາມຮັບຜິດຊອບຕິດຕາມກວດກາ ເພື່ອປະຕິບັດວຽກງານນີ້ໃຫ້ເປັນຢ່າງດີ. ນີ້ແມ່ນໜຶ່ງໃນບັນດາຂັ້ນຕອນທີ່ສຳຄັນທີ່ສຸດ. ຢາກມີຜະລິດຕະພັນທີ່ຄຸນນະພາບ, ປອດສານພິດ, ຕອບສະໜອງໄດ້ທຸກເງື່ອນໄຂຈາກຝ່າຍ ອາເມລິກາ, ກ່ອນອື່ນໝົດແມ່ນ ບັນດາຜະລິດຕະພັນຈາກສວນຕ້ອງປອດສັດຕູພືດທີ່ມີຜົນຮ້າຍ.

 


ຕອບກັບ

ຂ່າວ/ບົດ​ອື່ນ