ຫວຽດ​ນາມ ສືບ​ຕໍ່​ກ່າວ​ປະ​ນາມ​ການ​ກະ​ທຳ​​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຢູ່ ຊີ​ຣີ

(VOVWORLD) -ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ ການຮ່ວມມືທີ່ມີລັກສະນະສ້າງສັນ ແລະ ຄວາມເປັນເອກະພາບຂອງປະຊາຄົມສາກົນ ເພື່ອແນໃສ່ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ວິວັດການນີ້.
ຫວຽດ​ນາມ ສືບ​ຕໍ່​ກ່າວ​ປະ​ນາມ​ການ​ກະ​ທຳ​​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຢູ່ ຊີ​ຣີ - ảnh 1ກອງປະຊຸມ ຕີລາຄາກ່ຽວກັບການປະຕິບັດ ມະຕິເລກທີ 2118 (ປີ 2013) ທີ່ກ່ຽວຂ້ອງເຖິງບັນຫາອາວຸດເຄມີ ຢູ່ ຊີຣີ 

ວັນທີ 4 ຕຸລາ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມ ຕີລາຄາກ່ຽວກັບການປະຕິບັດ ມະຕິເລກທີ 2118 (ປີ 2013) ທີ່ກ່ຽວຂ້ອງເຖິງບັນຫາອາວຸດເຄມີ ຢູ່ ຊີຣີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນຂອງ ຫວຽດນາມ ໃນການກ່າວປະນາມການກະທຳລະເມີດການນຳໃຊ້ອາວຸດເຄມີ ແລະ ເນັ້ນໜັກເຖິງເລື່ອງຕ້ອງເຄົາລົບ ແລະ ປະຕິບັດຢ່າງຄົບຖ້ວນສົນທິສັນຍາ ຫ້າມອາວຸດເຄມີ. ຜູ້ຕາງໜ້າ ຫວຽດນາມ ໄດ້ຍົກສູງບົດບາດຂອງ ຜູ້ທີ່ປຶກສາດ້ານເຕັກນິກ ລະຫວ່າງ ຊີຣີ ແລະ ຄະນະເລຂາອົງການຈັດຕັ້ງ ຫ້າມອາວຸດເຄມີ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ທີ່ກ່ຽວຂ້ອງເຖິງການແຈ້ງໃນເບື້ອງຕົ້ນໂດຍໄວ, ເພື່ອແນໃສ່ຊອກຫາມາດຕະການຍາວນານໃຫ້ແກ່ ບັນຫາອາວຸດເຄມີ ຢູ່ຊີຣີ ທີ່ເໝາະສົມກັບມະຕິເລກທີ 2118. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ ການຮ່ວມມືທີ່ມີລັກສະນະສ້າງສັນ ແລະ ຄວາມເປັນເອກະພາບຂອງປະຊາຄົມສາກົນ ເພື່ອແນໃສ່ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ວິວັດການນີ້.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ