ຫວຽດນາມ ສືບຕໍ່ຕໍ່ສູ້ ຕ້ານອາດຊະຍາກຳມີການຈັດຕັ້ງ ແລະ ສໍ້ລາດບັງຫຼວງ

ຫວຽດນາມ ສືບຕໍ່ຕໍ່ສູ້ ຕ້ານອາດຊະຍາກຳມີການຈັດຕັ້ງ ແລະ ສໍ້ລາດບັງຫຼວງ - ảnh 1
ທ່ານ ພົນ​ໂທ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕະຫຼວດ
( ພາບຈາກອີນເຕີແນດ
)
( vovworld ) - ວັນ​ທີ 15/2, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຂອງ​ພັກ, ວຽກ​ງານ​ຕິ​ດຕາມ​ກວດກາ​ປີ 2011 ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ປີ 2012 ຂອງ​ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ, ທ່ານ ພົນ​ໂທ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕະຫຼວດ ​ໄດ້​ຮຽກ​ຮ້ອງຄະນະ​ພັກ​ທຸກ​ຂັ້ນ​ໃນ​ອົງຄະ​ນະ​ພັກ​ຕຳ​ຫຼວດສູນ​ກາງ​ຈົ່ງສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ມະຕິ​ຂອງ​ອົງຄະ​ພັກ​ຕຳ​ຫຼວດສູນ​ກາງກ່ຽວ​ກັບ​ໜ້າ​ທີ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​​ໄພ​ແຫ່ງ​ຊາດ, ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ ​ແລະ ກໍ່ສ້າງ​ກຳລັງ​ຢ່າງ​ມີ​ໄຊ. ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ສະ​ເໜີ​ໃຫ້​ຫົວໜ່ວຍ​ຕ່າງໆ​ສຸມ​ກຳລັງ, ຜັນ​ຂະຫຍາຍ​​ບັນດາມາດ​ຕະການ, ​ແຜນການ, ວິທີ​ຮັບປະກັນ​ຄວາມ​ສະຫງົບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ຮັກ​ສາ​ສະຖຽນ​ລະ​ພາບ​ທາງການ​ເມືອງ, ບໍ່​ປະໃຫ້​ເກີດ​ການ​ທຳລາຍ, ກໍ​່ການ​ຮ້າຍ, ຈາລະ​ຈົມ. ສືບ​ຕໍ່​ຕໍ່ສູ້​ຕ້ານ​ອາດຊະ​ຍາ​ກຳທຸກ​ປະ​ເພດ, ​ໂດຍ​ສະ​ເພາະ​ແມ່ນ​​ອາດຊະຍາ​ກຳ​ມີ​ການຈັດ​ຕັ້ງ, ຂ້າມ​ຊາດ ​ແລະ ອາດຊະຍາກຳສໍ້​ລາດ​ບັງ​ຫຼວງ.
ຂ່າວ/ບົດ​ອື່ນ