ຫວຽດ​ນາມ ສືບ​ຕໍ່​ບຸ​ລິ​ມະ​ສິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ຫວ່າງ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​​ໃນ​ພາກ​ພື້ນ

(VOVWORLD) -ທ່ານ ເລຮ່ວາຍຈຸງ ໃຫ້ຂໍ້ສັງເກດວ່າ ໃນປີ 2020, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ໂລກຂາດສະຖຽນລະພາບຢ່າງຈະແຈ້ງ, ກໍ່ຄືຂໍ້ຈຳກັດໃນການຮັບມືກັບສິ່ງທ້າທາຍຕ່າງໆຂອງໂລກ. ໂດຍແມ່ນອົງການສວມບົດບາດສຳຄັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສະພາຄວາມໝັ້ນຄົງຕ້ອງເດີນຕາມວິທີການສຳຜັດຮອບດ້ານ ແລະ ກວມລວມ
ຫວຽດ​ນາມ ສືບ​ຕໍ່​ບຸ​ລິ​ມະ​ສິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ຫວ່າງ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​​ໃນ​ພາກ​ພື້ນ - ảnh 1ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ (ພາບ: cand.com.vn)

ວັນທີ 6 ມັງກອນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂັ້ນສູງ ທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊໂດຍທ່ານ ປະທານາທິບໍດີ ຕຸຍນີຊີ Kais Saied, ປະທານສະພາຄວາມໝັ້ນຄົງ ເດືອນມັງກອນ 2021ເປັນປະທານວາລະປຶກສາຫາລື ທີ່ມີຫົວຂໍ້ “ບັນດາ ສິ່ງທ້າທາຍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ໃນສະພາບຂາດສະຖຽນລະພາບ”.

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ເລຮ່ວາຍຈຸງ ໃຫ້ຂໍ້ສັງເກດວ່າ ໃນປີ 2020, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ໂລກຂາດສະຖຽນລະພາບຢ່າງຈະແຈ້ງ, ກໍ່ຄືຂໍ້ຈຳກັດໃນການຮັບມືກັບສິ່ງທ້າທາຍຕ່າງໆຂອງໂລກ. ໂດຍແມ່ນອົງການສວມບົດບາດສຳຄັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສະພາຄວາມໝັ້ນຄົງຕ້ອງເດີນຕາມວິທີການສຳຜັດຮອບດ້ານ ແລະ ກວມລວມ, ຮັກສາຄວາມສາມັກຄີ ແລະ ກຳລັງຄວາມສາມາດຮັບມື, ເພີ່ມທະວີການຮ່ວມມືກັບອົງການສປຊອື່ນ ແລະ ອົງການຈັດຕັ້ງໃນພາກພື້ນ ເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າໃນໂລກພິພົບ. ທ່ານເລຮ່ວາຍຈຸງຢັ້ງຢືນວ່າ ຫວຽດນາມເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ