ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ ເພື່ອຮຽກຮ້ອງບັນດານັກລົງທຶນຕ່າງປະເທດເຂົ້າມາລົງທຶນ

(VOVWORLD) - ໃນການຕ້ອນຮັບປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານ ກຸ່ມບໍລິສັດ Lotte, ທ່ານ Shin Dong – bin, ທ່ານປະທານປະເທດ ຫວຽດນາມ ຊົມເຊີຍກຸ່ມບໍລິສັດ Lotter ເລີ່ມລົງມືກໍ່ສ້າງໂຄງການໃຫຍ່ກ່ຽວກັບຕົວເມືອງຢູ່ ນະຄອນໂຮ່ຈີມິນ ໃນຕົ້ນເດືອນກັນຍາ ຜ່ານມາ ແລະ Lotter Mall ໂຮ່ໄຕ (ຢູ່ຮ່າໂນ້ຍ) ຈະເລີ່ມນຳເຂົ້າເຄື່ອນໄຫວໃນເດືອນ ສິງຫາ 2023.
ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ ເພື່ອຮຽກຮ້ອງບັນດານັກລົງທຶນຕ່າງປະເທດເຂົ້າມາລົງທຶນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບກຸ່ມບໍລິສັດ Lotte
(ພາບ:TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ ເກົາຫຼີ, ຕອນເຊົ້າວັນທີ 5 ທັນວາ, ຢູ່ນະຄອນຫຼວງ ເຊີອຸນ, ທີ່ການຕ້ອນຮັບບັນດາກຸ່ມບໍລິສັດແຖວໜ້າຂອງ ສ ເກົາຫຼີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ ເພື່ອຮຽກຮ້ອງບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນ ສ ເກົາຫຼີ ເຂົ້າມາລົງທຶນຢູ່ ຫວຽດນາມ.

        ທີ່ການຕ້ອນຮັບທ່ານ Kyung Shik Sohn, ປະທານກຸ່ມບໍລິສັດ CJ, ກຸ່ມບໍລິສັດລົງທຶນຢູ່ ຫວຽດນາມ ໃນຂົງເຂດຜະລິດສະບຽງອາຫານ, ຫົວອາຫານສັດ, ຊີວະພາບ, logistic ແລະ ວັດທະນະທຳ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ ກຸຸ່ມບໍລິສັດ CJ ສືບຕໍ່ເປີດກ້ວາງການລົງທຶນຢູ່ ຫວຽດນາມ, ນຳ ຫວຽດນາມ ກາຍເປັນສູນຜະລິດ ແລະ ດຳເນີນທຸລະກິດທົ່ວໂລກ.

        ໃນການຕ້ອນຮັບປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານ ກຸ່ມບໍລິສັດ Lotte, ທ່ານ Shin Dong – bin, ທ່ານປະທານປະເທດ ຫວຽດນາມ ຊົມເຊີຍກຸ່ມບໍລິສັດ Lotter ເລີ່ມລົງມືກໍ່ສ້າງໂຄງການໃຫຍ່ກ່ຽວກັບຕົວເມືອງຢູ່ ນະຄອນໂຮ່ຈີມິນ ໃນຕົ້ນເດືອນກັນຍາ ຜ່ານມາ ແລະ Lotter Mall ໂຮ່ໄຕ (ຢູ່ຮ່າໂນ້ຍ) ຈະເລີ່ມນຳເຂົ້າເຄື່ອນໄຫວໃນເດືອນ ສິງຫາ 2023.

        ທີ່ການຕ້ອນຮັບທ່ານ Jung Won – ju, ປະທານກຸ່ມບໍລິສັດ Daewoo E&C ສ ເກົາຫຼີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ  ສະເໜີໃຫ້ Daewoo E&C ລົງທຶນກໍ່ສ້າງໂຮງໝໍໃຫຍ່ ຢູ່ ຫວຽດນາມ. ພ້ອມນັ້ນແມ່ນລົງທຶນເຂົ້າບັນດາຂົງເຂດພື້ນຖານໂຄງລ່າງ, ນ້ຳມັນອາຍແກັດ, ຕົວເມືອງອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ