ຫວຽດນາມ ສືບຕໍ່ສົມທົບກັບມາເລເຊຍ ຊອກຫາເຮືອບິນຫາຍສາບສູນ

ຫວຽດນາມ ສືບຕໍ່ສົມທົບກັບມາເລເຊຍ ຊອກຫາເຮືອບິນຫາຍສາບສູນ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) - ວັນ​ທີ 13/03, ທີ່​ການ​ປະຊຸມ​ຂ່າວນດສາມັນ, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວກັບ​ແຜນການ​ຜັນ​ຂະຫຍາຍ​ວຽກ​ງານ​ຊອກ​ຫາ​ເຮືອບິນ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ ຫາຍ​ສາບ​ສູນ​ໃນ​ຊຸມ​ມື​້ຈະ​ມາ​ເຖິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ.

        “​ໃນ​ຊຸມ​ມື້​ຜ່ານ​ມາ, ພ້ອມ​ກັບ​ຄວາ​ມມານະ​ພະຍາຍາມ​ຂອງບັນດາຝ່າຍທີ່​ກ່ຽວຂ້ອງ, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ມີ​ບັນດາ​ມາດ​ຕະການ​ຮັບ​ມື, ສົມທົບ​ກັນຢ່າງ​ແໜ້ນ​​ແຟ້ນ​ໃນ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ຂ້ຽວຂາດ​ບັນດາມາດ​ຕະການ​ຊອກ​ຫາ, ກູ້​ໄພ​ກູ້​ຊີບຢ່າງ​ຮີບ​ດ່ວນ. ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ກອງ​ບັນຊາ​ການຢູ່​ຟຸ໋ກ໋ວກ ​ເພື່ອ​ບໍລິຫານ​ທຸກການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ. ວຽກ​ງານ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ ຈະ​ໄດ້​ຮັບ​ການ​ປະຕິບັດ​ບົນ​ພື້ນຖານ​ສົມ​ທົບ​ກັນ​​ຢ່າງ​ແໜ້ນ​ແຟ້ນກັບຝ່າຍ​ມາ​ເລ​ເຊຍ  ​ເພື່ອ​ກຳນົດ​​ເຂດ​ກໍ່​ຄື​​ຄວາມ​ຄືບ​ໜ້າ, ວິວັດ​ການດຳເນີນວຽກ​ງານ​ນີ້”.

ຂ່າວ/ບົດ​ອື່ນ