ຫວຽດ​ນາມ ສືບ​ຕໍ່​ໄດ້​ເລື່ອນ​ລຳ​ດັບ​ໃນ​ຕາ​ຕະ​ລາ​ງ​ຈັດ​ອັນ​ດັບ​ສິດ​ອຳ​ນາດ ຢູ່ ອາ​ຊີ

(VOVWORLD) -ໃນຕາຕະລາງຈັດອັນດັບປີນີ້, ລຳດັບຂອງຫວຽດນາມ ສືບຕໍ່ໄດ້ເລື່ອນຂຶ້ນໜຶ່ງຂັ້ນ ແຕ່ຂັ້ນທີ 13 ຂຶ້ນມາຢູ່ຂັ້ນທີ 12 ແລະ ຢູ່ອັນດັບເທິງ ນິວຊີແລນ.
ຫວຽດ​ນາມ ສືບ​ຕໍ່​ໄດ້​ເລື່ອນ​ລຳ​ດັບ​ໃນ​ຕາ​ຕະ​ລາ​ງ​ຈັດ​ອັນ​ດັບ​ສິດ​ອຳ​ນາດ ຢູ່ ອາ​ຊີ - ảnh 1ໃນຕາຕະລາງຈັດອັນດັບປີນີ້, ລຳດັບຂອງຫວຽດນາມ ສືບຕໍ່ໄດ້ເລື່ອນຂຶ້ນໜຶ່ງຂັ້ນ ແຕ່ຂັ້ນທີ 13 ຂຶ້ນມາຢູ່ຂັ້ນທີ 12 ແລະ ຢູ່ອັນດັບເທິງ ນິວຊີແລນ (ພາບ: VOV) 

ການຕີລາຄາໃຫ້ ຫວຽດນາມ ສືບຕໍ່ເລື່ອນອັນດັບໃນຕາຕະລາງຈັດອັນດັບສິດອຳນາດ ຢູ່ ອາຊີ ໂດຍສະຖາບັນຄົ້ນຄວ້າ Lowy ທີ່ມີສຳນັກງານຕັ້ງຢູ່ ອົດສະຕາລີ ໄດ້ປະກາດໃນວັນທີ 19 ຕຸລາ. ນີ້ແມ່ນປີທີ 2 ຢ່າງລຽນຕິດ, ທີ່ຕັ້ງຂອງ ຫວຽດນາມ ໄດ້ຮັບການປັບປຸງໃນຕາຕະລາງດັ່ງກ່າວ.

        ຕາມໝາກຜົນຂອງການຕີລາຄາດັດຊະນີສິດອຳນາດ ຢູ່ ອາຊີ ປີ 2020 ຂອງ ສະຖາບັນ Lowy ແລ້ວ, ອາເມລິກາ ສືບຕໍ່ໄດ້ຮັບການຕີລາຄາວ່າ ແມ່ນປະເທດທີ່ມີຜົນສະທ້ອນທີ່ສຸດຢູ່ ອາຊີ, ຖັດມາແມ່ນ ຈີນ, ຍີ່ປຸ່ນ, ອິນເດຍ ແລະ ລັດເຊຍ. ໃນຕາຕະລາງຈັດອັນດັບປີນີ້, ລຳດັບຂອງຫວຽດນາມ ສືບຕໍ່ໄດ້ເລື່ອນຂຶ້ນໜຶ່ງຂັ້ນ ແຕ່ຂັ້ນທີ 13 ຂຶ້ນມາຢູ່ຂັ້ນທີ 12 ແລະ ຢູ່ອັນດັບເທິງ ນິວຊີແລນ.

        ດັດຊະນີສິດອຳນາດ ຢູ່ ອາຊີ ແມ່ນເຄື່ອງມື, ອຸປະກອນເພື່ອຕີລາຄາລະດັບສົ່ງຜົນສະທ້ອນໃນພາກພື້ນ ໂດຍອີງໃສ່ການໄຈ້ແຍກ 8 ໝວດເນື້ອໃນ ຂອງ 26 ປະເທດ ແລະ ເຂດແຄວ້ນ.

 ຫວຽດງາ, ນັກຂ່າວ VOV ປະຈຳ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ