ຫວຽດນາມ ສະຫງວນແຫຼ່ງກຳລັງທີ່ເໝາະສົມເພື່ອຮັບມືກັບການປ່ຽນແປ່ງຂອງດິນຟ້າອາກາດ

ຫວຽດນາມ ສະຫງວນແຫຼ່ງກຳລັງທີ່ເໝາະສົມເພື່ອຮັບມືກັບການປ່ຽນແປ່ງຂອງດິນຟ້າອາກາດ  - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອ​ງປະຊຸມ​ຄັ້ງ​ທີ 4 ຂອງຄະນະກຳມະການແຫ່ງຊາດ ກ່ຽວກັບການ ປ່ຽນແປງຂອງດິນຟ້າອາກາດ, ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/02, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້​ງວ່າ: ​ໃນ​ສະພາບ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ບໍລິຫານ​ດ້ານ​ເສດຖະກິດ - ສັງຄົມຢ່າງ​ຄົບ​ຊຸດ​, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ຫວຽດນາມ ຍັງ​ສ​ເອົາ​ໃຈ​ໃສ່ ​ແລະ ​ະ​ຫງວນແຫຼ່ງກຳລັງທີ່​ເໝາະ​ສົມ​ເພື່ອ​ປະຕິບັດ​ການ​ຮັບ​ມືກັບ​ການ​ປ່ຽນ​ແປ່ງຂອງ​ດິນ​ຟ້າ​ອາກາດ, ຫຼີກ​ລ້ຽງ​ໄພ​ທຳ​ມະ​ຊາດ, ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນທຳມະຊາດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ບັນດາກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງໆສືບ​ຕໍ່​ຊາບ​ຊຶບ​ມະຕິ​ຂອງ​ສູນ​ກາງ ​ແລະ ​ໂຄງການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາກາດ​ຢ່າງ​ເລິກ​​ເຊິ່ງ. ​ເມື່ອ​ເຕື້ອງ​ເຖິງ​ບາງ​ໜ້າ​ທີ່​ລະອຽດ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

        “ຕ້ອງ​ສ້າງລະບອບ​ກົດໝາຍໃຫ້ສົມບູນແບບ, ສ້າງຍຸດ​ທະ​ສາດ​ວາງ​ແຜນການ ​ແລະ ​ແຜນກຳນົດໃຫ້​ເໝາະ​ສົມ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ແຜນ​ທີ​ນ້ຳ​ທະ​ເລ​ຂຶ້ນ​ສູງ , ​ແລ້ວ​ກໍ່​ຄົ້ນຄວ້າ​ກ່ຽວ​ກັບ​ສະພາບ​ດິບ​ຫຼຸບ​ລົງ... ປະຈຸ​ບັນ, ຕ້ອງ​ໃຫ້​ບຸລິມະສິດ​ເຖິງ​ການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາກາດ, ຫຼີກ​ລ້ຽງ​ໄພ​ທຳ​ມະ​ຊາດ ​ແລະ ປ່າ​ປ້ອງ​ກັນ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ກະສິກຳ ຄົ້ນຄວ້າ​ກົນ​ໄກ​ສົ່ງ​ເສີມ​ແຜນ​ຮ່າງ​ພັດທະນາ​ປ່າ​ປ້ອງ​ກັນ​ແຄມທະ​ເລຢ່າງ​ຂ້ຽວຂາດ, ​ເຮັດ​ໃຫ້​ມີ​ການ​ຫັນປ່ຽນ​ດ້ວຍ​ທຸກ​ກົນ​ໄກ​ນະ​ໂຍບາຍ ​ແລະ ດ້ວຍ​ແຫຼ່ງທຶນຕ່າງໆ”.

ຂ່າວ/ບົດ​ອື່ນ