ຫວຽດນາມ - ສະຫະພັນລັດເຊຍ, ພັດທະນາເສດຖະກິດ ແລະ ຮ່ວມມືປ່ຽນໃໝ່ເຕັກໂນໂລຊີ

( vovworld ) – ວັນ​ທີ 3/4, ຢູ່​ສູນ​​ວິທະຍາສາດ ​ແລະ ວັດທະນະທຳ​ລັດ​ເຊຍ ( ທີ່​ຮ່າ​ໂນ້ຍ ) ​ໄດ້​​ໄຂ​ກອງປະຊຸມ​​ໂຕະມົນ​ດ້ວຍ​ຫົວ​ຂໍ້​ວ່າ “ ຫວຽດນາມ - ສະຫະພັນ​ລັດ​ເຊຍ, ພັດທະນາ​ເສດຖະກິດ ​ແລະ ຮ່ວມ​ມື​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ ” ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽ​ດນາມ ຂອງ​ຄະນະ​ຜູ້​ແທນ​ສະພາ Duma ​ແຫ່ງ​ຊາດ - ສະພາ​ແຫ່ງ​ຊາດ​ລັດ​ເຊຍ​ແຕ່​ວັນ​ທີ 2 – 6/4. ຢູ່ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວກັບ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ ​ໃນ​ຂົງ​ເຂດ​ວິທະຍາສາດ - ​ເຕັກນິກ, ພ້ອມ​ກັນ​ນັ້ນ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຂອງ​ສອງ​ປະ​ເທດ. ທ່ານ Chereshnev Valeriy Alexandrovich, ຫົວໜ້າ​ກຳມາທິການ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ສູງ​ສະພາ Duma ​ແຫ່ງ​ຊາດ ​ໄດ້​ຢືນຢັນ​ວ່າ; ລັດ​ເຊຍ​ຈະ​ສືບ​ຕໍ່​ສົມທົບ​, ໜູນ​ຊ່ວຍ​ຫວຽດນາມ ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ຜູ້ຊ່ຽວຊານ​ຫວຽດນາມ ຢູ່​ບັນດາ​ມະຫາວິທະຍາ​ໄລ​ຢູ່​ລັດ​ເຊຍ.
ຂ່າວ/ບົດ​ອື່ນ