ສ​ປ​ຊ ຊົມ​ເຊີຍ​ຄຳ​ຕັດ​ສິນ​ຢຸດ​ຕິການ​ປະ​ທະ​ກັນໂດຍ​ຊົ່ວ​ຄາວ​ຂອງ ອິດ​ສະ​ຣາ​ແອັນ

(VOVWORLD) - ກອງທັບ ອິດສະຣາແອັນ ຖະແຫຼງວ່າ ການຢຸດຕິຊົ່ວຄາວການເຄື່ອນໄຫວການທະຫານຍຸດທະວິທີ ແລະ ຕາມພາກສ່ວນ ເພື່ອຈຸດປະສົງມະນຸດສະທຳ ຈະໄດ້ປະຕິບັດຢູ່ລຽບຕາມເສັ້ນທາງຈາກດ່ານຊາຍແດນ Kerem Shalom ໄປຍັງເສັ້ນທາງ Salah al – Din ແລະ ໄປທາງທິດເໜືອ. ເວລາປະຕິບັດແມ່ນແຕ່ 8 ໂມງ ຫາ 19 ໂມງ ຂອງທຸກໆມື້ ຈົນຮອດເມື່ອໃດທີ່ມີແຈ້ງການໃໝ່.
ສ​ປ​ຊ ຊົມ​ເຊີຍ​ຄຳ​ຕັດ​ສິນ​ຢຸດ​ຕິການ​ປະ​ທະ​ກັນໂດຍ​ຊົ່ວ​ຄາວ​ຂອງ ອິດ​ສະ​ຣາ​ແອັນ - ảnh 1ເຂດກາຊາ ວັນທີ  29/5/2024 (ພາບ:THX/TTXVN)

ວັນທີ 16 ມິຖຸນາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (UNOCHA) ຊົມເຊີຍຄຳຕັດສິນຢຸດຕິການທະກັນໂດຍຊົ່ວຄາວໃນແຕ່ວັນຢູ່ໃກ້ເສັ້ນທາງຕອນໃຕ້ ເຂດ ກາຊາ ເພື່ອສ້າງເງື່ອນໄຂແກ່ການຂົນສົ່ງເຄື່ອງຊ່ວຍເຫຼືອ. ອົງການນີ້ ຫວັງວ່າ ຄຳຕັດສິນຂອງ ອິດສະຣາແອັນ ຈະນຳມາເຊິ່ງບັນດາມາດຕະການລະອຽດກວ່າ ແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງມາແຕ່ດົນນານ ແລະ ເປັນສິ່ງກີດຂວາງຕໍ່ການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຢູ່ ເຂດ ກາຊາ.

ກ່ອນໜ້ານັ້ນ, ກອງທັບ ອິດສະຣາແອັນ ຖະແຫຼງວ່າ ການຢຸດຕິຊົ່ວຄາວການເຄື່ອນໄຫວການທະຫານຍຸດທະວິທີ ແລະ ຕາມພາກສ່ວນ ເພື່ອຈຸດປະສົງມະນຸດສະທຳ ຈະໄດ້ປະຕິບັດຢູ່ລຽບຕາມເສັ້ນທາງຈາກດ່ານຊາຍແດນ Kerem Shalom ໄປຍັງເສັ້ນທາງ Salah al – Din ແລະ ໄປທາງທິດເໜືອ. ເວລາປະຕິບັດແມ່ນແຕ່ 8 ໂມງ ຫາ 19 ໂມງ ຂອງທຸກໆມື້ ຈົນຮອດເມື່ອໃດທີ່ມີແຈ້ງການໃໝ່. ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການ ບັນດາອົງການຈັດຕັ້ງມະນຸດສະທຳສາກົນ ກ່າວເຕືອນວ່າ ວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ເຂດ ກາຊາ.


ຕອບກັບ

ຂ່າວ/ບົດ​ອື່ນ