ຫວຽດນາມ ສະເຫຼີມສະຫຼອງ ວັນສິດທິມະນຸດສາກົນ

ຫວຽດນາມ ສະເຫຼີມສະຫຼອງ ວັນສິດທິມະນຸດສາກົນ - ảnh 1
ສະພາສິດທິມະນຸດ, ສະຫະປະຊາຊາດ
(ພາບ: AFP)


(vovworld) - ວັນ​ທີ 10/12 ​ແຕ່ລະ​ປີ​ໄດ້​ຮັບ​ການ​ຄັດ​ເລືອກ​ເປັນວັນ​ສິດທິ​ມະນຸດ​ສາກົນ, ​ເຊິ່ງ​ແມ່ນ​ວັນ​ທີ່​ສະຫະ​ປະຊາ​ຊາດ​ປະກາດ​ຄຳຖະ​ແຫຼ​ງສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ. ຫວຽດນາມ ​ຈັດ​ພິທີສະ​ເຫຼີ​ມສະຫຼອງ​ວັນ​ສິດທິ​ມະນຸດ​ສາກົນປີ​ນີ້ ​ໃນ​ສະພາບ​ທີ່​ຫາ​ກໍ່​ກາຍ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ. ກົງ​ກັບ​​ໂອກາດ​ນີ້, ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຊັນ​ປະກາດ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ, ​ໃນ​ນັ້ນ​ມີ​ຫຼາຍ​ຂໍ້​ມາດຕາ​ຍົກ​ສູງ​ສິດ​ຂອງ​ມະນຸດ. ພາຍຫຼັງ​ທີ່ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຊັນ​ປະກາດ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ເປັນ​ເວລາ 1 ວັນ, ວັນ​ທີ 09/12, ຫ້ອງການ​ປະຈຳ​ຄະນະຊີ້​ນຳ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ລັດຖະບານ ພ້ອມ​ກັບ​ໜັງສືພິມ​ກອງ​ທັບ​ປະຊາຊົນ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ຫົວ​ເລື່ອງ “ການ​ຮັບປະກັນ ​ແລະ ຊຸກຍູ້​ສິດທິ​ມະນຸດ​ຕາມ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ”. ພົນ​ຕີ ​ເລ​ຟຸກຫງວຽນ, ບັນນາທິການ​ໃຫຍ່​ໜັງສື​ພິມ​ກອງ​ທັງ​ປະຊາ​ຊົນ​ຢືນຢັນ​ວ່າ.

        “ຜ່ານ​ຄຳ​ເຫັນ​ໄຈ້​ແຍກ​ຂອງ​ບັນດາ​ນັກປາຖະກະຖາ, ບັນດາ​ນັກ​ຄົ້ນຄວ້າ, ພວກ​ເຮົາ​ສາມາດ​ເຫັນ​ໄດ້​ວ່າ, ​ລັດຖະມຳມະນູນ​ສະບັບ​ປັບ​ປຸງ ​ໄດ້​ຍົກສິດ​ຂອງ​ມະນຸດ​ຂຶ້ນ​ລະ​ດັບ​ເໝາະ​ສົມ. ບັນດາ​ນັກປາຖະກະຖາ​ໄດ້​ໄຈ້​ແຍກ​ຢ່າງ​ຈະ​ແຈ້ງວ່າ, ພວກ​ເຮົາ​ບໍ່​ພຽງ​ແຕ່​ອີ່​ງ​ໃສ່​ບັນດາ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ເທົ່າ​ນັ້ນ ຫາ​ກພວກ​ເຮົາ​ຍັງ​ມີ​ບັນດາ​ຂໍ້​ກຳນົດ ທີ່​ກ້າວ​ໜ້າ​ກວ່າ​ອີກດ້ວຍ. ສະ​ນັ້ນ, ບັນດາ​ຄຳ​ເຫັນ​ທີ່​ຖື​ວ່າ, ລັດຖະທຳ​ມະນູນ​ຂອງ​ພວກ​ເຮົາ​ຍັງ​​ແຕກ​ຕ່າງ​ກັບ​ມາດຖານ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ ນັ້ນ​ແມ່ນບໍ່​ມີ​ພື້ນ​ຖານ”.
ຂ່າວ/ບົດ​ອື່ນ