ຫວຽດ​ນາມ ສະ​ເໜີ ຈີນ ເຄົາ​ລົບ ແລະ ປະ​ຕິ​ບັດ​ສັນ​ຍາ​ກ່ຽວ​ກັບ​ອ່າ​ວ​​ພາກ​ເໜືອ

(VOVWORLD) -     “ຫວຽດນາມ ຖືວ່າ ບັນດາປະເທດແຄມທະເລ ຕ້ອງປະຕິບັດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເມື່ອກຳນົດເສັ້ນຖານ ເພື່ອໄລ່ລວງກວ້າງເຂດທະເລ, ຮັບປະກັນບໍ່ສົ່ງຜົນກະທົບຕໍ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດອື່ນ, ລວມມີສິດເສລີໃນການເດີນເຮືອ, ສິດຂ້າມຜ່ານໄປຍັງບັນດາຊ່ອງແຄບທະເລທີ່ນຳໃຊ້ສຳລັບການເດີນເຮືອສາກົນ ແລະ ສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982..."
ຫວຽດ​ນາມ ສະ​ເໜີ ຈີນ ເຄົາ​ລົບ ແລະ ປະ​ຕິ​ບັດ​ສັນ​ຍາ​ກ່ຽວ​ກັບ​ອ່າ​ວ​​ພາກ​ເໜືອ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ  (ພາບ: ກະຊວງການຕ່າງປະເທດ)

ວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ຈີນ ປະກາດເສັ້ນຖານອ່າວພາກເໜືອ ແບບກະທັນຫັນຫວ່າງມໍ່ໆມານີ້, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

       “ຫວຽດນາມ ຖືວ່າ ບັນດາປະເທດແຄມທະເລ ຕ້ອງປະຕິບັດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເມື່ອກຳນົດເສັ້ນຖານ ເພື່ອໄລ່ລວງກວ້າງເຂດທະເລ, ຮັບປະກັນບໍ່ສົ່ງຜົນກະທົບຕໍ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດອື່ນ, ລວມມີສິດເສລີໃນການເດີນເຮືອ, ສິດຂ້າມຜ່ານໄປຍັງບັນດາຊ່ອງແຄບທະເລທີ່ນຳໃຊ້ສຳລັບການເດີນເຮືອສາກົນ ແລະ ສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ໄດ້ ແລະ ຈະສືບຕໍ່ແລກປ່ຽນທັດສະນະຂອງ ຈີນ ກ່ຽວກັບບັນຫານີ້ ບົນຈິດໃຈມິດຕະພາບ, ເຂົ້າໃຈ ແລະ ເຄົາລົບເຊິ່ງກັນແລະກັນ ແລະ ຫວຽດນາມ ສະເໜີ ຈີນ ເຄົາລົບ ແລະ ປະຕິບັດຕາມສັນຍາກ່ຽວກັບການແບ່ງກຳນົດເຂດທະເລ ແລະ ເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບລະຫວ່າງສອງປະເທດໃນເຂດອ່າວພາກເໜືອ ປີ 2000 ລະຫວ່າງ ຫວຽດນາມ ແລະ ຈີນ ແລະ ສົນທິສັນຍາ ຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຕາມກົດໝາຍສາກົນ ກໍຄື ທັດສະນະທີ່ໄດ້ຍົກອອກມາໃນຖະແຫຼງການ ສະບັບວັນທີ 6 ມິຖຸນາ 1996 ຂອງ ລັດຖະບານ ຫວຽດນາມ ທີ່ກ່ຽວຂ້ອງເຖິງຖະແຫຼງການວັນທີ 15 ພຶດສະພາ 1996 ຂອງ ລັດຖະບານ ຈີນ ທີ່ໄດ້ປະກາດເສັ້ນຖານເພື່ອນຳໃຊ້ໄລ່ລວງກວ້າງເຂດທະເລຂອງ ຈີນ”.

ຕອບກັບ

ຂ່າວ/ບົດ​ອື່ນ