ຫ​ວຽດ​ນາມ ສະ​ເໜີ​ບັນ​ດາ​ປະ​ເທດ​ອາ​ຊີສົມ​ທົບ​ກັນ​ປະ​ຕິ​ບັດ​ “ 5 ເນື້ອ​ໃນນຳ​ໜ້າ” ເພື່ອ​ພັດ​ທະ​ນາ​ພາກ​ພື້ນ

(VOVWORLD) -   ຕອນເຊົ້າວັນທີ 30 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ
ຫງວຽນຈີຢຸງ ໄດ້ມີບົດກ່າວປາໄສສຳຄັນໃນກອງປະຊຸມອະນາຄົດ ອາຊີ, ເຊິ່ງພວມດຳເນີນຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ.
ຫ​ວຽດ​ນາມ ສະ​ເໜີ​ບັນ​ດາ​ປະ​ເທດ​ອາ​ຊີສົມ​ທົບ​ກັນ​ປະ​ຕິ​ບັດ​ “ 5 ເນື້ອ​ໃນນຳ​ໜ້າ” ເພື່ອ​ພັດ​ທະ​ນາ​ພາກ​ພື້ນ - ảnh 1ກອງປະຊຸມອະນາຄົດ ອາຊີ

  ບົດກ່າວຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກວມລວມບັນດາບັນຫາຈຸດສຸມ, ແນະນຳໂດຍສັງເຂບບັນດາລັດຖະນະໂຍບາຍ, ບັນດາເປົ້າໝາຍໃຫຍ່ຂອງ ຫວຽດນາມ, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ຊ່ວຍຜູ້ແທນສາກົນມີມູມມອງໂດຍລວມກ່ຽວກັບຍຸດທະສາດພັດທະນາຂອງ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກໍຊີ້ໃຫ້ເຫັນບັນດາກຳລັງບົ່ມຊ້ອນ, ທ່າແຮງຢ່າງໃຫຍ່ຫຼວງຂອງ ອາຊີ, ກໍຄືບັນດາສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ, ບົນພື້ນຖານນັ້ນ, ວາງອອກບັນດາຂໍ້ສະເໜີລະອຽດ.

        “ຫວຽດນາມ ສະເໜີ  “5 ເນື້ອໃນນຳໜ້າ” ເຊິ່ງບັນດາປະເທດ ອາຊີຕ້ອງສົມທົບເພື່ອຊຸກຍູ້ໃນໄລຍະຈະມາເຖິງ. ທີໜຶ່ງແມ່ນນ້ຳໜ້າໃນການເຮັດໃໝ່ບັນດາກົນໄກຮ່ວມມືຫຼາຍຝ່າຍ, ປັບປຸງລະບົບການຄ້າເສລີໃນຫຼັກການພ້ອມກັນມີໄຊ. ທີສອງແມ່ນນຳໜ້າໃນການຊຸກຍູ້ການພັດທະນາວິທະຍາສາດ - ເຕັກໂນໂລຢີ, ປ່ຽນແປງໃໝ່ - ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ. ທີສາມແມ່ນນຳໜ້າໃນການຊຸກຍູ້ການພັດທະນາແບບກວມລວມ, ຖືປະຊາຊົນເປັນໃຈກາງ, ເປົ້າໝາຍ, ເຈົ້າກຳ, ກຳລັງໜູນຂອງທຸກນະໂຍບາຍ. ທີສີ່ແມ່ນນຳໜ້າໃນການສ້າງຮູບແບບເສດຖະກິດໃໝ່, ພິເສດແມ່ນຫັນເປັນສີຂຽວ, ຫັນເປັນດີຈີຕອນ. ທີຫ້າແມ່ນນຳໜ້າໃນການ ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະ ກັນ, ປະຕິບັດກົດໝາຍສາກົນ, ກົດບັດ ສປຊ, ຊຸກຍູ້ການແກ້ໄຂບັນດາຂໍ້ຂັດແຍ້ງກັນ, ບໍ່ລົງລອຍກັນໂດຍສັນຕິວິທີ”.

        ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນເສັ້ນທາງເພື່ອໃຫ້ບັນດາປະເທດ ອາຊີ ພັດທະນາຢ່າງແຮງກວ່າໃນສັງກາດໃໝ່.


 

ຕອບກັບ

ຂ່າວ/ບົດ​ອື່ນ