ຫວຽດນາມ ​ສະ​ເໜ​ີ​ໂຕ ​ເຄືອ​ຂ່າຍ​ສະຖານີ​ກໍານົດ​ທີ່​ຕັ້ງ​ດາວ​ທຽມບັນລຸ​ມາດ​ຕະຖານ​ສາກົນ

(VOVWORLD) -ນີ້ແມ່ນຄັ້ງທໍາອິດ ທີ່ຫວຽດນາມ ໄດ້ມີເຄືອຂ່າຍສະຖານີກໍານົດທີ່ຕັ້ງດາວທຽມ ບັນລຸມາດຕະຖານສາກົນ.

ວັນທີ 27 ທັນວາ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຈັດພິທີສະເໜີໂຕ ເຄືອຂ່າຍສະຖານີກໍານົດທີ່ຕັ້ງດາວທຽມບັນລຸມາດຕະຖານແຫ່ງຊາດ VNGEONET ໂດຍກົມວັດແທກ, ແຜນທີ່ ແລະ ຂໍ້ມູນທາງພູມສາດຫວຽດນາມ ປະຕິບັດ. ນີ້ແມ່ນຄັ້ງທໍາອິດ ທີ່ຫວຽດນາມ ໄດ້ມີເຄືອຂ່າຍສະຖານີກໍານົດທີ່ຕັ້ງດາວທຽມ ບັນລຸມາດຕະຖານສາກົນ. ທ່ານນາງ ປອ. ຟານງອກມາຍ  ຮອງຫົວໜ້າກົມ ວັດແທກ, ແຜນທີ່ ແລະ ຂໍ້ມູນທາງພູມສາດຫວຽດນາມ ໃຫ້ຮູ້ວ່່າ: ໂຄງການໄດ້ນໍາບັນດາການບໍລິການທີ່ມີປະໂຫຍດໃຫ້ແກ່ຫວຽດນາມ ຊຶ່ງໃນນັ້ນ ມີລະບົບດາວທຽມ ທີ່ນໍາໃຊ້ເຕັກໂນໂລຢີທັນສະໄໝ. ນອກຈາກນັ້ນ,ໂຄງການຍັງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ກ່ຽວກັບການກໍານົດທີ່ຕັ້ງ ດ້ວຍຄວາມຊັດເຈນສູງຂອງບັນດາຂະແໜງການ ຄື ຄົມມະນາຄົມ, ການກໍ່ສ້າງ, ກະສິກໍາ...


ຕອບກັບ

ຂ່າວ/ບົດ​ອື່ນ