ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ອັນ​ເປັນ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ຢ່າງ​ແຮງ

(VOVWORLD) -ວັນທີ 21 ທັນວາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ຈັດກອງປະຊຸມປະຈຳໄລຍະກ່ຽວກັບສະພາບການຢູ່ຕາເວັນອອກກາງ, ລວມທັງບັນຫາ ປາແລັດສະຕິນ ແລະ ຮັບຮອງເອົາມະຕິບາງສະບັບວ່າດ້ວຍການຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງກຳລັງນັກສັງເກດການຂອງ ສປຊ ປະຈຳຢູ່ ພູພຽງ Golan (UNDOF) ແລະ ຄະນະຕິດຕາມການທະຫານຂອງ ສະຫະພາບ ອາຟະລິກາ (AMISOM).
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ອັນ​ເປັນ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ຢ່າງ​ແຮງ - ảnh 1 ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ໊ຍ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບສະພາບການຢູ່ຕາເວັນອອກກາງ, ລວມທັງບັນຫາ ປາແລັດສະຕິນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງສືບຕໍ່ເພີ່ມຂຶ້ນ, ພິເສດແມ່ນຢູ່ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ. ທ່ານຖືວ່າ ປະຊາຊົນ ອິດສະຣາແອັນ ແລະ ປາແລັດສະຕິນ ຕ້ອງໄດ້ຊົມໃຊ້ບັນດາມາດຕະການປົກປ້ອງກັນຄືກັນ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍ, ພິເສດແມ່ນອົງການເຈົ້າໜ້າທີ່ມີຄວາມຮັບຜິດຊອບຂອງ ອິດສະຣາແອັນ ຄວນມານະພະຍາຍາມເພື່ອຢຸດຕິສະພາບການໃຊ້ຄວາມຮຸນແຮງນີ້. ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ໊ຍ ກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນການຕໍ່ສູ້ອັນເປັນທຳຂອງປະຊາຊົນ ປາແລັດສະຕິນ ຢ່າງແຮງ ແລະ ການສ້າງຕັ້ງລັດ ປາແລັດສະຕິນ ທີ່ມີ ເຈຊູຊາແລມຕາເວັນອອກ ເປັນນະຄອນຫຼວງ ນັ້ນ ຍັງຄົງຕົວໄປພ້ອມກັບລັດ ອິດສະຣາແອັນ.

        ໃນກອງປະຊຸມຄັ້ງຕ່າງໆ, ຜູ້ແທນຫຼາຍປະເທດໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີນຳຜົນສຳເລັດຂອງ ຫວຽດນາມ ແລະ ບັນດາສະມາຊິກ ສະພາຄວາມໝັ້ນຄົງ ທີ່ຈະສິ້ນສຸດອາຍຸການກຳມະການບໍ່ຖາວອນປີ 2021.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ