ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ແຜ່​ຂະ​ຫຍາຍ ແລະ ລົບ​ລ້າງ​ອາ​ວຸດ​ລ້າງ​ຜານ ໃນ​ນັ້ນ ມີ​ອາ​ວຸດ​ເຄ​ມີ ຢູ່ ຊີ​ຣີ

(VOVWORLD) - ວັນທີ 08 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປະຊຸມກ່ຽວກັບການຜັນຂະຫຍາຍ ມະຕິເລກທີ 2118 (2013) ກ່ຽວຂ້ອງເຖິງການແກ້ໄຂບັນຫາອາວຸດເຄມີ ຢູ່ ຊີຣີ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ແຜ່​ຂະ​ຫຍາຍ ແລະ ລົບ​ລ້າງ​ອາ​ວຸດ​ລ້າງ​ຜານ ໃນ​ນັ້ນ ມີ​ອາ​ວຸດ​ເຄ​ມີ ຢູ່ ຊີ​ຣີ - ảnh 1ການປະຊຸມກ່ຽວກັບການຜັນຂະຫຍາຍ ມະຕິເລກທີ 2118 (2013) ກ່ຽວຂ້ອງເຖິງການແກ້ໄຂບັນຫາອາວຸດເຄມີ ຢູ່ ຊີຣີ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຄືນຫຼັກໝັ້ນຂອງ ຫວຽດນາມ ໃນການສະໜັບສະໜູນການຕ້ານການແຜ່ຂະຫຍາຍ ແລະ ລົບລ້າງອາວຸດລ້າງຜານ, ໃນນັ້ນມີອາວຸດເຄມີ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ກໍຢັ້ງຢືນເຖິງຄວາມສຳຄັນຂອງການປະຕິບັດສົນທິສັນຍາວ່າດ້ວຍການຫ້າມອາວຸດເຄມີ ກໍຄື ເພີ່ມທະວີການຮ່ວມມື, ການຊ່ວຍເຫຼືອສາກົນ ເພື່ອເປົ້າໝາຍນີ້ຢ່າງຄົບຖ້ວນ. ເພື່ອແນໃສ່ແກ້ໄຂບັນຫາອາວຸດເຄມີຢູ່ ຊີຣີ ຢ່າງເດັດຂາດ, ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືທີ່ມີລັກສະນະສ້າງສັນ ແລະ ບໍ່ຫັນເປັນການເມືອງລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ໃນປະຊາຄົມສາກົນ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ