ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ສືບ​ສວນ ແລະ ບັງ​ຄັບ​ໃຫ້ IS ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ

(VOVWORLD) - ວັນທີ 12 ພຶດສະພາ, ອັງກິດ ໄດ້ສົມທົບກັບ ອາເມລິກາ, ແບນຊິກ, ອີຣັກ, ໂຮນລັງ, ສະຫະລັດ ອາຣັບ ເອມມີເລດ (UAE) ໄດ້ຈັດກອງປະຊຸມຕາມຮູບການ Arria ຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ບັນຫາໝູນໃຊ້ເຕັກໂນໂລຢີ ແລະ ສາຍພົວພັນຄູ່ຮ່ວມມື ແນໃສ່ຮັບປະກັນຄວາມຍຸຕິທຳສຳລັບໂທດກຳຕ້ານມວນມະນຸດ, ໂທດກຳສົງຄາມ ແລະ ດັບສູນເຊື້ອຊາດ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ສືບ​ສວນ ແລະ ບັງ​ຄັບ​ໃຫ້ IS ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

 ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ລັດທິກໍ່ການຮ້າຍ ແມ່ນໄພນາບຂູ່ທີ່ຮຸນແຮງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຫວຽດນາມ ສະໜັບສະໜູນວຽກງານຂອງກຸ່ມສືບສວນໂທດກຳຂອງກຸ່ມ IS ເພື່ອແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງບັນດາປະເທດ ນຳມາເຊິ່ງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຢູ່ ອີຣັກ. ທ່ານເອກອັກຄະລັດຖະທູດກໍຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການຮັບປະກັນການສືບສວນກ່ຽວກັບຄວາມຮັບຜິດຊອບສຳລັບກໍລະນີທີ່ລະເມີດກົດໝາຍວ່າດ້ວຍມະນຸດ, ກົດໝາຍວ່າດ້ວຍສິດທິມະນຸດຂອງສາກົນ. ພ້ອມທັງສະເໜີໃຫ້ປະຊາຄົມສາກົນ ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດ ຕາມຄຳຮຽກຮ້ອງ ແລະ ເໝາະສົມກັບສະພາບການຂອງແຕ່ລະປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ