ຫວຽດ​ນາມ ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ

(VOVWORLD) -ໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ, ຕອນບ່າຍວັນທີ 14 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍ ກັບບັນດາສາດສະດາຈານ ຂອງມະຫາວິທະຍາໄລ Harvard ນະຄອນ Boston, ລັດ Massachusetts, ກ່ຽວກັບການກຳນົດທິດພັດທະນາຂອງ ຫວຽດນາມ ໃນສະຕະວັດທີ XXI.

ຫວຽດ​ນາມ ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)

ໃນບົດກ່າວປະໄສສຳຄັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະຫຼະເວລາເປັນຈຳນວນຫຼາຍ ເພື່ອວິເຄາະກ່ຽວກັບຫົວເລື່ອງສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທ້ຈິງ, ມີປະສິດທິຜົນຢູ່ ຫວຽດນາມ. ນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນພິເສດ ໃນສະພາບການໂລກປັດຈຸບັນ. ຫວຽດນາມ ປາດຖະໜາຢາກແມ່ນເພື່ອນມິດທີ່ດີ, ຄູ່ຮ່ວມມືມີໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາໃນພາກພື້ນ, ສາກົນ ແລະ ບັນດາສິ່ງທ້າທາຍທົ່ວໂລກ ເພື່ອຄວາມວັດທະນາຖາວອນລວມ.

ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງບາງໜ້າທີ່, ມາດຕະການຕົ້ນຕໍ, ໃນນັ້ນ ມີການຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະຖຽນລະພາບການເມືອງ - ສັງຄົມ, ສ້າງພື້ນຖານ ແລະ ເງື່ອນໄຂສະດວກໃຫ້ແກ່ການພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະຕິບັບລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສຳເລັດ ຕາມການກຳນົດທິດສັງຄົມນິຍົມໃຫ້ຄົບຊຸດ, ທັນສະໄໝ, ເຊື່ອມໂຍງ, ເໝາະສົມກັບບັນດາຄຳໝັ້ນສັນຍາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ