ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ອາເມລິກາ ດຳເນີນທຸລະກິດຢ່າງສະດວກຢູ່ ຫວຽດນາມ
(VOVWORLD) - ນີ້ແມ່ນການພົບປະຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກັບບັນດາວິສາຫະກິດ ອາເມລິກາ ໃນໄລຍະເວລາພຽງ 2 ເດືອນ, ເພື່ອພ້ອມກັນແກ້ໄຂຂໍ້ຄົງຄ້າງສ້າງເງື່ອນໄຂສະດວກທີ່ສຸດໃຫ້ປະຊາຄົມວິສາຫະກິດ ອາເມລິກາ ເຄື່ອນໄຫວຢູ່ ຫວຽດນາມ.
ການເຮັດວຽກກັບຜູ້ຕາງໜ້າປະຊາຄົມວິສາຫະກິດ ອາເມລິກາ ທີ່ພວມລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ |
ຕອນເຊົ້າວັນທີ 13 ພຶດສະພາຢູ່ ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຜູ້ຕາງໜ້າປະຊາຄົມວິສາຫະກິດ ອາເມລິກາ ທີ່ພວມລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ. ນີ້ແມ່ນການພົບປະຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກັບບັນດາວິສາຫະກິດ ອາເມລິກາ ໃນໄລຍະເວລາພຽງ 2 ເດືອນ, ເພື່ອພ້ອມກັນແກ້ໄຂຂໍ້ຄົງຄ້າງສ້າງເງື່ອນໄຂສະດວກທີ່ສຸດໃຫ້ປະຊາຄົມວິສາຫະກິດ ອາເມລິກາ ເຄື່ອນໄຫວຢູ່ ຫວຽດນາມ. ໃນການເຮັດວຽກ, ທ່ານນາຍົກລັດຖະມົນຕີຢັ້ງຢືນທັດສະນະຂອງ ຫວຽດນາມ ນັ້ນແມ່ນ ສ້າງທຸກເງື່ອນໄຂສະດວກ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງວິສາຫະກິດ, ໃນນັ້ນ ມີວິສາຫະກິດ ອາເມລິກາ ເພື່ອໃຫ້ວິສາຫະກິດຮ່ວມມື, ລົງທຶນ, ດຳເນີນທຸລະກິດແບບຍືນຍົງຢູ່ ຫວຽດນາມ:
“ບົນຈິດໃຈລັດຖະບານສວມບົດບາດສ້າງຕັ້ງ, ວິສາຫະກິດ ແລະ ປະຊາຊົນເປັນໃຈກາງ, ລະບອບລະບຽບການເປັນກຳລັງໜູນ ແລະ ພື້ນຖານໂຄງລ່າງເພື່ອໃຫ້ພວກເຮົາພ້ອມກັນຊະນະ, ພ້ອມກັນພັດທະນາ. ໃນນັ້ນ ມີການເຂົ້າຮ່ວມຂອງວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ. ລັດຖະບານ ຫວຽດນາມ ຍາມໃດກໍໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ດຳເນີນທຸລະກິດ ແລະ ພັດທະນາ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ເຂົາເຈົ້າ”.
ຜູ້ຕາງໜ້າສະຖານທູດ ອາເມລິກາ ປະຈຳ ຫວຽດນາມ, ຫ້ອງການຄ້າອາເມລິກາ ຢູ່ ຮ່າໂນ້ຍ ແລະ ບັນດາວິສາຫະກິດໃຫຍ່ຂອງ ອາເມລິກາ ໄດ້ໃຫ້ການຕີລາຄາສູງຕໍ່ເຈດຕະນາດີຂອງລັດຖະບານ ຫວຽດນາມ, ຕີລາຄາສູງສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດຂອງ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຮ່ວມມືລົງທຶນແບບຍືນຍົງ, ຍາວນານຢູ່ ຫວຽດນາມ.