ຫວຽດນາມ ສ້າງເງື່ອນໄຂເພື່ອໃຫ້ກຸ່ມບໍລິສັດ Ericsson ຄົ້ນຄວ້າ, ມຸ່ງໄປເຖິງການພັດທະນາລະບົບອິນເຕີເນັດ 6G, 7G ຢູ່ ຫວຽດນາມ
(VOVWORLD) - ໃນຂອບເຂດການເຮັດວຽກຢູ່ ຊູແອັດ, ຕອນເຊົ້າວັນທີ 13 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Borje Ekholm, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Ericsson.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Borje Ekholm, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Ericsson (ພາບ: VOV) |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງການສະໜັບສະໜູນ ແລະ ການຮ່ວມມືຢ່າງມີປະສິດທິຜົນຂອງ Ericsson ໃນການພັດທະນາພື້ນຖານໂຄງລ່າງເຕັກນິກດີຈີຕອນຢູ່ ຫວຽດນາມ; ທ່ານປາດຖະໜາວ່າ Ericsson ຈະລົງທຶນ, ຮ່ວມມືຢ່າງແຮງກວ່າ, ເລິກເຊິ່ງກວ່າ, ຮອບດ້ານກວ່າ, ມີປະສິດທິຜົນກວ່າຢູ່ ຫວຽດນາມ; ໃນນັ້ນ, ສຸມໃສ່ການຮ່ວມມືເພື່ອທົດລອງບັນດາເນື້ອໃນໃໝ່ໃນນະວັດຕະກຳ, ຄົ້ນຄວ້າມຸ່ງໄປເຖິງການພັດທະນາອິນເຕີເນັດ 6G, 7G; ໃຫ້ບຸລິມະສິດໜູນຊ່ວຍບັນດາກຸ່ມບໍລິສັດໂທລະຄົມມະນາຄົມ - ເຕັກໂນໂລຢີຂອງ ຫວຽດນາມ ໄປທຽບທັນ, ພ້ອມກັນພັດທະນາ ແລະ ບືນຕົວຂຶ້ນໃນໄລຍະຈະມາເຖິງ.
ສ່ວນທ່ານ Borje Ekholm ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Ericsson ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ທາງກຸ່ມບໍລິສັດຈະຮ່ວມມືກັບລູກຄ້າຈຳນວນໜຶ່ງຂອງ ຫວຽດນາມ, ສ້າງໂອກາດຊ່ວຍໃຫ້ລູກຄ້າເປັນເຈົ້າຂອງເຕັກໂນໂລຢີໃໝ່, ເພີ່ມກຳລັງຄວາມສາມາດ, ຍົກສູງລະດັບຄວາມຮູ້ ແລະ ຊອກຫາໂອກາດຮ່ວມມືກັບ ຫວຽດນາມ.
ລ້າຍຮວາ