ຫວຽດນາມ ສາມາດກາຍເປັນປະເທດເລີ່ມທຸລະກິດ

(VOVWORLD) - “ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ - ເຂົ້າໃຈ ແລະ ກະທຳຢ່າງຖືກຕ້ອງ” ແມ່ນຫົວຂໍ້ຂອງເວທີປາໄສນັກທຸລະກິດໜຸ່ມ ແລະ ຊາວໜຸ່ມເລີ່ມທຸລະກິດ ຖືກດຳເນີນໄປໃນຕອນບ່າຍວັນທີ 19 ພຶດສະພາ ຢູ່ ຮ່າໂນ້ຍ. 
ຫວຽດນາມ ສາມາດກາຍເປັນປະເທດເລີ່ມທຸລະກິດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ (ພາບ: VGP)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ຖືວ່າ: ປະເທດເລີ່ມທຸລະກິດໄດ້ຮັບການຮັບຮອງເມື່ອການເລີ່ມທຸລິກິດແມ່ນລັດຖະນະໂຍບາຍ, ຕ້ອງມີຂະບວນການເລີ່ມທຸລະກິດ ດ້ວຍທີ່ຕັ້ງຂອງປະເທດ ໜຶ່ງ. ທ່ານຮອງນາຍົກລັດຖະມົນຕີສະເໜີ ຍູ້ແຮງວຽກງານຖະແຫຼງຂ່າວ ແລະ ສື່ສານ ຍົກສູງຄວາມຮັບຮູ້, ກຳນົດການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແມ່ນໜຶ່ງໃນບັນດາປັດໃຈແກ່ນສານໃຫ້ວິວັດການເລີ່ມທຸລະກິດຂອງວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານຈະຊຸກຍູ້ສ້າງລະບົບຊີວະພາບເລີ່ມທຸລະກິດສົມບຸນແບບ, ກໍ່ສ້າງກົນໄກ ແລະ ຊຸກຍູ້ການກຳເນີດຂອງບັນດາກອງທຶນພະຈົນໄພ, ກອງທຶນໜູນຊ່ວຍເລີ່ມທຸລະກິດ, ກອງທຶນພັດທະນາວິທະຍາສາດ - ເຕັກໂນໂລຊີ…ເພື່ອໃຫ້ປະຊາຄົມເລີ່ມທຸລະກິດໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ ແນໃສ່ສົ່ງເສີມ ແລະ ພັດທະນາບັນດາຂົງເຂດຂຶ້ນກັບຂະແໜງ ອາຊີບຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ