ຫວຽດນາມ - ສ.ເກົາຫຼີ ຈະລົງນາມສັນຍາການຄ້າເສລີໃນທ້າຍປີ 2014

ຫວຽດນາມ - ສ.ເກົາຫຼີ ຈະລົງນາມສັນຍາການຄ້າເສລີໃນທ້າຍປີ 2014 - ảnh 1
(ທ່ານ​ຫົວໜ້າ​ຄະນະ​ເສດຖະກິດ​ສູງ​ກາງຫວຽດນາມ ​ເວື​ອງດິງ​ເຫ້ວ
​ເຮັດ​ວຽກ​ກັບ​ລັດຖະມົນຕີ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ​ສ.​ເກົາຫຼີ)


(vovworld) –  ​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິວັດ​ງານ​ຢູ່​ສ.​ເກົາຫຼີ, ວັນ​ທີ 12/08, ຢູ່​ນະຄອນຫຼວງ​ເຊີ​ອູ​ນ, ທ່ານ​ຫົວໜ້າ​ຄະນະ​ເສດຖະກິດ​ສູງ​ກາງ ​ເວື​ອງດິງ​ເຫ້ວ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ​ສ.​ເກົາຫຼີ Yoon Sang Jik. ທີ່​ການ​ເຮັດ​ວຽກ, ທ່ານລັດຖະມົນຕີ Yoon Sang Jik​ ໃຫ້​ຮູ້​ວ່າ, ຕະຫຼາດ​ຫວຽ​ດນາມ ​​ແມ່ນ​ຕະຫຼາດ​ທີ່​ດຶງ​ດູດ​ສຳລັບ​ບັນດາ​ນັກ​ລົງທຶນ​ສ.​ເກົາຫຼີ ​ແລ​ະ ຖື​ວ່າ ​ເລື່ອ​ງລົງ​ນາມ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ 2 ປະ​ເທດ​ຈະ​ສ້າງ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ​ເຂົ້າ​ຫວຽດນາມ. ທ່ານ​ລັດຖະມົນຕີ Yoon Sang Jik ​ເຫັນ​ດີ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ຫົວໜ້າ​ຄະນະ​ເສດຖະກິດ​ສູງ​ກາງ ​ເວື​ອງດິງ​ເຫ້ວ ສະ​ເໜີ​ໃຫ້​ລັດຖະບານ​ສ.​ເກົາຫຼີ ພິຈາລະນາ ໜູນ​ຊ່ວຍ​ຫວຽດນາມ ກໍ່ສ້າງ​ເຂດ​ເຕັກ​ໂນ​ໂລ​ຊີ ອຸດສາຫະກຳ​ຢູ່ແຂວງ​ໜຶ່ງ​ທາງ​ພາກ​ເໜືອ​ຫວຽດນາມ, ຊຸກຍູ້​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕຳ​ແຜ່ນ​ຕັດຫຍິບ, ຍ້ອມ​ສີຂອງ​ສ.​ເກົາຫຼີ​ເຂົ້າ​ຫວຽດນາມ…

ຂ່າວ/ບົດ​ອື່ນ