ຫວຽດ​ນາມ ຫຍັບ​ອັນ​ດັບ ​ກ່ຽວ​ກັບ​ດັດ​ຊະ​ນີ ພັດ​ທະ​ນາ​ມະ​ນຸດຂຶ້ນ ຢ່າງ​ກະ​ໂດດ​ຂັ້ນ

(VOVWORLD) - ທ່ານ Achim Steiner ຜູ້ອຳນວຍການ UNDP ໄດ້ສະແດງຄວາມຊົມເຊີຍຕໍ່ ຫວຽດນາມ ເມື່ອສືບຕໍ່ບັນລຸໄດ້ຜົນສຳເລັດສຳຄັນກ່ຽວກັບການພັດທະນາມະນຸດ.
ຫວຽດ​ນາມ ຫຍັບ​ອັນ​ດັບ ​ກ່ຽວ​ກັບ​ດັດ​ຊະ​ນີ ພັດ​ທະ​ນາ​ມະ​ນຸດຂຶ້ນ ຢ່າງ​ກະ​ໂດດ​ຂັ້ນ - ảnh 1ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັ່ງຮ່ວາງຢາງ ແລະ ທ່ານ Achim Steiner ຜູ້ອຳນວຍການ UNDP (ພາບ: VOV)

ວັນທີ 13 ມີນາ, ໂຄງການພັດທະນາ ສປຊ (UNDP) ໄດ້ຈັດພິທີປະກາດບົດລາຍງານການພັດທະນາມະນຸດ ປີ 2023 – 2024. ໃນຕາຕະລາງຈັດອັນດັບດັດຊະນີພັດທະນາມະນຸດ ຄັ້ງຫຼ້າສຸດ, ຫວຽດນາມ ໄດ້ຫຍັບຂຶ້ນ 8 ອັນດັບແຕ່ອັນດັບທີ 115 ຂຶ້ນເປັນອັນດັບທີ 107, ສືບຕໍ່ນອນໃນຈຳນວນບັນດາປະເທດພວມພັດທະນາທີ່ມີດັດຊະນີພັດທະນາມະນຸດສູງ. ເມື່ອແລກປ່ຽນກັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັ່ງຮ່ວາງຢາງ ກ່ອນພິທີດຳເນີນ, ທ່ານ Achim Steiner ຜູ້ອຳນວຍການ UNDP ໄດ້ສະແດງຄວາມຊົມເຊີຍຕໍ່ ຫວຽດນາມ ເມື່ອສືບຕໍ່ບັນລຸໄດ້ຜົນສຳເລັດສຳຄັນກ່ຽວກັບການພັດທະນາມະນຸດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມ ສາກົນ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ. ນັ້ນແມ່ນ ໝາກຜົນຂອງບັນດານະໂຍບາຍທີ່ຖືກຕ້ອງ, ມີປະສິດທິຜົນ ແລະ ມານະພະຍາຍາມຢ່າງກະໂດດຂັ້ນຂອງພັກ, ລັດ ໃນການຊຸກຍູ້ການຟື້ນຟູເສດຖະກິດ, ຮັບປະກັນຊີວິດສັງຄົມ ພາຍຫຼັງພະຍາດໂຄວິດ - 19 ແລະ ສ້າງທຸກເງື່ອນໄຂທີ່ດີ ໃຫ້ແກ່ການພັດທະນາຂອງປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ