ຫວຽດນາມ - ອີຕາລີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນ, ຕ້ານອາດຊະຍາກຳ

ຫວຽດນາມ - ອີຕາລີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນ, ຕ້ານອາດຊະຍາກຳ - ảnh 1
ລັດຖະມົນຕີ 2 ທ່ານ ພ້ອມ​ກັນ​ລົງ​ນາມ​ໃນ​ສັນ​ຍາ​
​ຮ່ວມ​ມື​ດ້ານປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ
(ພາບ: Vietnam+)

(vovworld) –  ​ໃນ​ການ​ຢ້ຽມຢາມ​ອີ​ຕາ​ລີ​ແຕ່​ວັນ​ທີ 08 - 11/07, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນສ.ອີ​ຕາ​ລີ Angelino Alfano, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ​ເຈີ​ນດ້າຍ​ກວາງ ​ໄດ້​ມີ​ການ​ເຮັດ​ວຽກ, ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ​ອີ​ຕາ​ລີ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ​ອີ​ຕາ​ລີ ​ໃນ​ໄລຍະ​ຜ່ານ​ມາ ​ໃນ​ຂົງ​ເຂດ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັບປະ​ກັບ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ແຕ່ລະ​ປະ​ເທດ. 2 ຝ່າຍ​ກໍ່​ເຫ​ັນດີ​ຕໍ່ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາກຳ, ​ໂດຍສະ​ເພາະ​ແມ່ນ​ອາດຊະ​ຍາ​ກຳ​​ມີ​ການຈັດ​ຕັ້ງ, ອາດຊະຍາ​ກຳ​ຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ກໍ່​ການ​ຮ້າຍ… ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ເຈລະຈາ​ເພື່ອ​ລົງ​ນາມ​​ໃນສັນ​ຍາ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​ອາຍາ, ສັນ​ຍາພາ​ຕົວ, ສັນຍາມ​ອບສົ່ງ​ຜູ້​ຖືກ​ລົງ​ໂທດ​ຈຳ​ຄຸກ… ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ຂອງ 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ.

  ພາຍຫຼັງ​ການ​ເຈລະຈາ, ລັດຖະມົນຕີ 2 ທ່ານ ພ້ອມ​ກັນ​ລົງ​ນາມ​ໃນ​ສັນ​ຍາ​ລະຫວ່າງ​ລັດຖະບານ ສສ ຫວຽດນາມ ​ແລະ ລັດຖະບານ​ສ.ອີ​ຕາ​ລີ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ.

ຂ່າວ/ບົດ​ອື່ນ