ຫວຽດນາມ ອວຍພອນທ່ານປະທານ ສະພາສູງກຳປູເຈຍ

ຫວຽດນາມ ອວຍພອນທ່ານປະທານ ສະພາສູງກຳປູເຈຍ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ Nguyen Sinh Hung
ແລະ ທ່ານ Chea Sim ປະທານ​ສະພາ​ສູງລາ​ຊະ​ອານາຈັກ​ກຳປູ​ເຈຍ
( ພາບ: vietnamplus.vn )


( vovworld ) –   ວັນ​ທີ 24/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ Nguyen Sinh Hung ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເຖິງ​ທ່ານ Samdech Akka Moha Thamme Pothisal Chea Sim ​ເນື່ອງ​ໃນ​ໂອກາດ​ທ່ານ​ຮັບ​ເລືອກ​ຕັ້ງເປັນ​ປະທານ​ສະພາ​ສູງລາ​ຊະ​ອານາຈັກ​ກຳປູ​ເຈຍ ຄືນໃໝ່​ອາ​ຍຸ​ການທີ່ 3. ​ໃນ​ຈົດໝາຍ​ອວຍພອນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​​ສະ​ແດງ​ຄວາມເຊື້ອ​ໝັ້ນ​ວ່າ ພາຍ​ໃຕ້ການ​ນຳພາອັນສະຫຼາດ​ສ່ອງ​ໃສຂອງ​ທ່ານ​ປະທານ Chea Sim, ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຂອງ​ປະຊາຊົນກຳປູ​ເຈຍ ຈະ​ສືບ​ຕໍ່​ຍາດ​​ໄດ້​​ຜົນງານ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ. ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນຄຽງທີ່​ດີ, ຄວາມ​ສາມັກຄີ​ທີ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ​ສອງ​ປະ​ເທດ​ ກໍ​ຄື​ລະ​ຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ສູງ​ກຳປູ​ເຈຍ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ດີງາມ, ​ເພື່ອ​ພົນ​ປະ​ໂຫຍດຂອງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ ​ແລະ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ