ຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ຫວຽດນາມ ອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ
ອວຍພອນ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 20/03, ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ​ລາວ​ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ເຖິງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ; ຊໍ່ດອກ​ໄມ້​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ແລະ ຊໍ່​ດອກ​ໄມ້​ຂອງ​ສະຖານທູດຫວຽດນາມ ປະຈຳ​ລາວ ອວຍພອນ 59 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ (22/03/1955 – 22/03/2014). ທ່າ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ແມ້ງ​ຮຸ່ງ. ທີ່​ການ​ຕ້ອນຮັບ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການຊີ້​ນຳ ນຳພາ​ທີ່​ສະ​ຫຼາດ​ສ່ອງ​ໄສຂອງ​ພັກ, ປະຊາຊົນ​ປະຕິວັດລາວ. ​ປະຊາຊົນລາວອ້າຍ​ນ້ອງຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ລາວ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​​ເຂົ້າ​ສູ່​ລວງ​ເລີກ ​ແລະ ​ແທດ​ຈິງ, ຕ້ອບສະໜອງ​​ຄວາມ​ມຸ່ງ​ຫວັງ​ຂອງ​ການ​ນຳ​ຂັ້ນ​ສູງ ​ແລະ ປະຊາຊົນ 2 ປະ​ເທດ. ສ່ວນ​ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ເນັ້ນ​ໜັກ​ວ່າ ລັດຖະບານ​ລາວ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນ​ດາ​ວິ​ສາ​ຫະກິດ​ຫວຽດນາມ ຮ່ວມ​ມື​ລົງທຶນ​ຢູ່​ລາວ, ໜູນ​ຊ່ວຍ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ມີ​ຊີວິດ​​ເປັນ​ປົກກະຕິ; ຢືນຢັນ​ວ່າ ລາວ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້ອມ​ກັບ​ປະຊາຊົນ​ຫວຽດນາມ ຮັກສາ, ​ເພີ່ມ​ພູນ​ຄຸນ​ສ້າງ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາຢ່າງໝັ້ນຄົງ.

ຂ່າວ/ບົດ​ອື່ນ