ຫວຽດນາມ - ອາເຊຣີ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ຫວຽດນາມ - ອາເຊຣີ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Amara Benyounes ລັດຖະມົນຕີ​ກະຊວງ​ພັດທະນາ​ອຸດສາຫະກຳ ​ແລະ ສົ່ງ​ເສີມ​ການ​ລົງທຶນ ອາ​ເຊຣີ
(ພາບ: baodientuchinhphu)

(vovworld)- ຕອນ​ບ່າຍ​ວັນ​ທີ 9/1, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Amara Benyounes ລັດຖະມົນຕີ​ກະຊວງ​ພັດທະນາ​ອຸດສາຫະກຳ ​ແລະ ສົ່ງ​ເສີມ​ການ​ລົງທຶນ ອາ​ເຊຣີ, ປະທານ​​ກຳມາ​ທິການ ອາ​ເຊຣີ ​​ໃນ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ອາ​ເຊຣີ ຊຶ່ງ​ໄດ້​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ10ຂອງ ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ອາ​ເຊຣີ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຫວັງ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ກັບ​ອາ​ເຊຣີ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ. ທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະ​ເໜີ​ໃຫ້ 2 ປະ​ເທດ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ, ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ, ພະລັງງານ, ​ແຮງ​ງານ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຍັງຫວັງວ່າ 2 ຝ່າຍຈົ່ງສະໜັບສະໜູນຊຶ່ງກັນ ແລະ ກັນໃນບັນດາເວທີ ປາໄສສາກົນ ແລະ ພາກພື້ນ. 

ຂ່າວ/ບົດ​ອື່ນ