ຫວຽດ​ນາມ - ອ​າ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວ​ມ​ມື​ປ່ຽນ​ແປ​ງ​ໃໝ່​ການ​ສຶກ​ສາ​ລະ​ດັບ​ປະ​ລິ​ນຍາ​ຕີ

(VOVWORLD) -ຕອນບ່າຍວັນທີ 1 ສິງຫາ, ຢູ່ຮ່າໂນ້ຍ, ອົງການພັດທະນາສາກົນ ອາເມລິກາ (USAID) ໄດ້ເລີ່ມດຳເນີນໂຄງການຮ່ວມມືທີ່ແກ່ຍາວເປັນເວລາ 5 ປີ ກັບ 3 ມະຫາວິທະຍາໄລແຖວໜ້າ ຫວຽດນາມ ດ້ວຍງົບປະມານກ່ວາ 14 ລ້ານ USD. 
ຫວຽດ​ນາມ - ອ​າ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວ​ມ​ມື​ປ່ຽນ​ແປ​ງ​ໃໝ່​ການ​ສຶກ​ສາ​ລະ​ດັບ​ປະ​ລິ​ນຍາ​ຕີ - ảnh 1ຜູ້ແທນບັນດາຝ່າຍຮ່ວມມືເລີ່ມຕົ້ນໂຄງການຢ່າງເປັນທາງການ PHER (ພາບ: VOV)

ໂຄງການມີຊື່ວ່າການຮ່ວມມືປ່ຽນແປງໃໝ່ການສຶກສາລະດັບປະລິນຍາຕີ (PHER), ດ້ວຍຄູ່ຮ່ວມມືແມ່ນມະຫາວິທະຍາໄລ Indiana, ອາເມລິກາ ຈະຮ່ວມມືກັບ 3 ມະຫາວິທະຍາໄລລວມມີ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ ດ່ານັ້ງ ເພື່ອແນໃສ່ປັບປຸງຄຸນນະພາບການສຶກສາ, ຊ່ວຍໃຫ້ບັນດາໂຮງຮຽນນີ້ ກາຍເປັນໂຮງຮຽນແບບຢ່າງຂອງພື້ນຖານການສຶກສາມະຫາວິທະຍາໄລໃນປັດຈຸບັນຢູ່ ຫວຽດນາມ. ທ່ານ ເຈິ່ນງອກແອັງ, ສາດສະດາຈານ ປ.ອ ຂອງມະຫາວິທະຍາໄລ Indiana - ອາເມລິກາ, ຜູ້ຮັບຜິດຊອບໂຄງການໃຫ້ຮູ້ວ່າ:

ໂຄງການນີ້ໄດ້ຍົກອອກ 4 ຂົງເຂດເພື່ອສຸມໃສ່ປະຕິຮູບ. ທີໜຶ່ງແມ່ນ ການຄຸ້ມຄອງ ບັນດາຂໍ້ກຳນົດລະບົບຂໍ້ມູນຂ່າວສານກ່ຽວກັບຍຸດທະສາດຂອງມະຫາວິທະຍາໄລ. ທີສອງ, ສຳຄັນກ່ວາສຳລັບມະຫາວິທະຍາໄລແມ່ນ ການສິດສອນ, ເຮັດແນວໃດໃຫ້ຄຸນນະພາບການບຳລຸງສ້າງຈະດີກ່ວາອີກ, ຄູສອນມີກຳລັງໜູນເພື່ອບຳລຸງສ້າງບັນດາທັກສະທີ່ນັກສຶກສາມີຄວາມຕ້ອງການ. ທີສາມແມ່ນການຄົ້ນຄ້ວາ ເຮັດແນວໃດເພື່ອໃຫ້ບັນດານັກວິທະຍາສາດໃນບັນດາມະຫາວິທະຍາໄລ ຫວຽດນາມ ສາມາດມີຄວາມກ້າວໜ້າ, ພິມຈຳໜ່າຍ ແລະ ຄົ້ນຄ້ວາລະດັບສາກົນ ແລະ ສຸດທ້າຍແມ່ນການເຊື່ອມຕໍ່, ເຮັດແນວໃດໃຫ້ການສິດສອນ, ການຄົ້ນຄ້ວາຢູ່ບັນດາມະຫາວິທະຍາໄລຈະມີການເຊື່ອມຕໍ່ກັບວິສາຫະກິດ, ສະຖານທີ່ຮັບສະໝັກພະນັກງານຢ່າງແທດຈິງ. ນີ້ແມ່ນ 4 ຂົງເຂດຫຼັກຂອງໂຄງການ.

ທີ່ເຫດການ, ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢັ້ງຢືນວ່າ: ອາເມລິກາໃຫ້ຄຳໝັ້ນສັນຍາຈະແມ່ນຄູ່ຮ່ວມມືໃນການໜູນຊ່ວຍຜົນສຳເລັດ ແລະ ຄວາມຍືນຍົງຄົງຕົວຢ່າງຍາວນານຂອງບັນດາຮາກຖານການສຶກສາ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ