ຫວຽດ​ນາມ - ອາ​ເມ​ລິ​ກາ ສືບ​ຕໍ່​ກິດ​ຈະ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

(VOVWORLD) -   ວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ, ຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສປຊ, ຢູ່ນະຄອນຫຼວງ ວໍຊິງຕັນ D.C., ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ Patrick Leahy ປະທານຜູ້ປະຈຳການສະພາສູງ ອາເມລິກາ ແລະ ສະມາຊິກສະພາສູງຫຼັກແຫຼ່ງຂອງ ກຳມາທິການພົວພັນຕ່າງປະເທດ, ຍຸຕິທຳ, ການເງິນ, ພະລັງງານ ແລະ ຊັບພະຍາກອນທຳມະຊາດ ສະພາສູງ ອາເມລິກາ.
ຫວຽດ​ນາມ - ອາ​ເມ​ລິ​ກາ ສືບ​ຕໍ່​ກິດ​ຈະ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບສະມຊິກສະພາສູງ ອາເມລິກາ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖື ອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານໃຫ້ສືບຕໍ່ພັດທະນາບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ. ທ່ານກໍຫວັງວ່າ ທ່ານປະທານຜູ້ປະຈຳການສະພາສູງ ອາເມລິກາ ຈະສືບຕໍ່ສ້າງແຮງບັນດານໃຈ ແລະ ກຳລັງໜູນເພື່ອໃຫ້ສະມາຊິກສະພາສູງລຸ້ນຕ່າງໆຂອງ ອາເມລິກາ ສືບຕໍ່ກິດຈະການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຈັດແບ່ງງົບປະມານເພື່ອແກ້ໄຂບໍລິເວນເຄັ່ງຮ້ອນກ່ຽວກັບ ດີໂອຊິນ, ລູກລະເບີດບໍ່ທັນແຕກ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຊອກຫາ, ທ້ອນໂຮມອັດຖິທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ… ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງແຕ່ລະຝ່າຍ.

        ບັນດາສະມາຊິກສະພາສູງ ກໍໄດ້ແບ່ງປັນກ່ຽວກັບອະນຸສອນຂອງຕົນກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ແລະ ສາຍພົວພັນ ຫວຽດນາມ - ອາເມລິກາ, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ແກ້ໄຂບັນຫາເຊິ່ງສອງຝ່າຍມີຄວາມສົນໃຈໃຫ້ມີປະສິດທິຜົນ, ກໍຄືສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ