ຫວຽດນາມ - ອາເມລິກາ ຮ່ວມມື ແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກ ລະເບີດບໍ່ທັນແຕກ


ຫວຽດນາມ - ອາເມລິກາ ຮ່ວມມື ແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກ ລະເບີດບໍ່ທັນແຕກ - ảnh 1

ສະພາບ​ການ​ທີ່ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​

(ພາບ: vov.vn)

 (vovworld)-ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ຄະນະ​ຊີ້​ນຳແຫ່ງ​ລັດ​ກ່ຽວ​ກັບ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ ແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກຫລັງ

ສົງຄາມ​ແຫ່ງ​ປະ​ເທດ ສສ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການຮ່ວມ​ມືແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກຫລັງສົງຄາມຢູ່​ຫວຽດນາມ ​ໄດ້​ດຳ​ເນີນ​ໄປ​​ໃນ​ຕອນ​ເຊົ້າວັນ​ທີ 16/12 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ ບົດ​ບັນທຶກ​ຊ່ວຍ​ຈຳສະບັບ​ທຳ​ອິດ​ກ່ຽວ​ກັບການຮ່ວມ​ມືແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກຫລັງ ສົງຄາມລະຫວ່າງ​ສອງ​ລັດຖະບານ ຊື່​ງມີ​ຄວາມ​ໝາຍ​ສຳຄັນ​ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ຫາ​ກໍ່​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ບຸ່ຍ​ຮົ່ງລິ້ງ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ຫວຽ​ດນາມ ຖື​ວ່າ:

   “ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ແນ​ໃສ່​ຈຸດປະສົງ​ສ້າງ​ກົນ​ໄກ​ອັນ​ຍາວ​ນານ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ມະນຸດສະທຳ​ລະຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ ​ເພື່ອແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກຫລັງສົງຄາມ. ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ເອກະສານ, ຈັດການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ​ລວມ, ຮຽກຮ້ອງ​ບັນດາ​ອົງການ​ຈັດຕັ້ງ, ປະຊາ​ຄົມ​ໂລກ​ໜູນ​ຊ່ວຍ….​ຂ້າພະ​ເຈົ້າຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ-​ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ພ້ອມ​ກັນ​ແລກປ່ຽນ​ສ້າງ​ແຜນການ​ເຄື​ອ່ນ​ໄຫວ​ລະອຽດ, ​ແທດ​ຈິງ, ມີ​ປະສິດທິ​ຜົນ​ຍາວ​ນານ​ເພື່ອແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກຢູ່​ຫວຽດນາມ“.

   ສ່ວນ​ທ່ານ​ David Shear ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ​ປະຈຳ​ຫວຽດນາມ ຖື​ວ່າ:

  “​ເລື່ອງ​ຫວຽດນາມ ​ແລະ ອາ​ເມ​ລິກາ ເຊັນ​ບົດ​ບັນທຶກຊ່ວຍ​ສະບັບ​ນີ້ ​ແມ່ນ​ບາດ ກ້າວ​ພັດທະນາ​ສຳຄັນ​ໃນ​ການ​ສ້າງວິ​ໄສ​ທັດ​ລວມຂອງ​ການ​ນຳ​ສອງ​ປະ​ເທດ​​ໃຫ້ປະກົດ​ຜົນເປັນ​ຈິງ ​ເພື່ອ​ແນ​ໃສ່​ຜ່ານ​ຜ່າ​ບັນດາ​ບັນຫາ​ໂດຍ​ສົງຄາມ​ປະ​ໄວ້​ໃຫ້. ​ໃນ​ສະພາບ​ການ​ທີ່​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ພວມ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ, ອີງ​ບົນ​ບັນດາ​ຄຸນຄ່າ ​ແລະ ຜົນ​ປະ​ໂຫຍ​ດລວມ, ພວກ​ຂ້າພະ​ເຈົ້າຢາກ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນການແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕມ​ໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ. ການ​ເຊັນ​ບົດ​ບັນທຶກມື້​ນີ້​ຈະ​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍ​ໄລຍະ​ຍາວ​ໃນການ​ຮ່ວມ​ມື​ມະນຸດສະທຳກ່ຽວ​ກັບ​ການແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກລະຫວ່າງ​ສອງ​ປະ​ເທດ​

 

ຂ່າວ/ບົດ​ອື່ນ