ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອຮັບມືກັບພະຍາດໝາກສຸກລີງ

(VOVWORLD) -ຖ້າ ຫວຽດນາມ ກວດພົບກໍລະນີຕິດພະຍາດໝາກສຸກລີງແມ່ນເລື່ອງປົກກະຕິ ຍ້ອນວ່າ ຫວຽດນາມ ໄດ້ເປີດປະຕູ, ແລກປ່ຽນການຄ້າ ການໄປມາຫຼາຍ
ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອຮັບມືກັບພະຍາດໝາກສຸກລີງ - ảnh 1ກໍລະນີຕິດພະຍາດໝາກສຸກລີງ
(ພາບປະກອບ: Shutterstock/TTXVN)

ວັນທີ 29 ກໍລະກົດ, ທ່ານປະລິນຍາເອກ Eric Dziuban, ຫົວໜ້າແຫ່ງຊາດຮັບຜິດຊອບຫ້ອງການ ຫວຽດນາມ ຂອງສູນປ້ອງກັນ ແລະ ຄວບຄຸມພະຍາດ ອາເມລິກາ (CDC) ໄດ້ພົບປະທາງໄກກັບສື່ມວນຊົນ ເພື່ອສະໜອງຂໍ້ມູນຢ່າງຈະແຈ້ງກ່ຽວກັບ ພະຍາດໝາກສຸກລີງ ກໍຄືການຮ່ວມມືລະຫວ່າງ ອາເມລິກາ ແລະ  ຫວຽດນາມ ເພື່ອກະກຽມຮັບມືກັບພະຍາດດັ່ງກ່າວ.

        ຕາມທ່ານປະລິນຍາເອກ Eric Dziuban ແລ້ວ, ຖ້າ ຫວຽດນາມ ກວດພົບກໍລະນີຕິດພະຍາດໝາກສຸກລີງແມ່ນເລື່ອງປົກກະຕິ ຍ້ອນວ່າ ຫວຽດນາມ ໄດ້ເປີດປະຕູ, ແລກປ່ຽນການຄ້າ ການໄປມາຫຼາຍ; ຕ້ອງກະກຽມວິທີພ້ອມແລ້ວທີ່ຈະຮັບມືເມື່ອພະຍາດແຊກຊຶມ ເພື່ອຫຼີກລ້ຽງການແຜ່ລະບາດອອກສູ່ວົງຄະນະຍາດ. ໄລ່ຮອດຕອນເຊົ້າວັນທີ 29 ກໍລະກົດ, ມີກວ່າ 21.000 ຄົນຕິດພະຍາດໝາກສຸກລີງ ຢູ່ 78 ປະເທດ.

        ນັບແຕ່ເດືອນ ມິຖຸນາ 2022, ສູນ CDC ອາເມລິກາ ແລະ ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສ້າງເອກະສານກ່າວເຕືອນ, ແນະນຳການຕິດຕາມ, ບົ່ງມະຕິ, ປິ່ນປົວ, ປ້ອງກັນ… ພະຍາດໝາກສຸກລີງ. ພິເສດ, ອົງການນີ້ກັບອົງການອະນາໄມໂລກ (WHO) ພວມມານະພະຍາຍາມເພື່ອໃຫ້ ຫວຽດນາມ ກໍ່ຄືບັນດາປະເທດອື່ນໃນໂລກ ມີຊຸດວິໄຈພະຍາດໝາກສຸກລີງໄວທີ່ສຸດ. ລັດຖະບານ ອາເມລິກາ ພ້ອມກັບບັນດາປະເທດໃນໂລກພວມສົມທົບກັນຊຸກຍູ້ການເຄື່ອນໄຫວຄົ້ນຄວ້າ, ຜະລິດວັກຊິນລຸ້ນໃໝ່ ເພື່ອຄວບຄຸມພະຍາດດັ່ງກ່າວໃນທົ່ວໂລກໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ