ຫວຽດນາມ ຮັກສາ​ສໍາ​ເລັດ​ລະດັບ​ແຊັມ ຢູ່​ງານ​ແຂ່ງຂັນ​ຊີງ​ຊະນະ​ເລີດກິລາ​ປະ​ເພດ ມວຍ Vovinam ​ໂລກ ຄັ້ງ​ທີ 6

(VOVWORLD) -ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນປະເພດຕ່າງໆທັງໝົດ 28 ຫຼຽນ, ໃນນັ້ນ ມີຫຼຽນຄໍາ 18 ຫຼຽນ.
ຫວຽດນາມ ຮັກສາ​ສໍາ​ເລັດ​ລະດັບ​ແຊັມ ຢູ່​ງານ​ແຂ່ງຂັນ​ຊີງ​ຊະນະ​ເລີດກິລາ​ປະ​ເພດ ມວຍ Vovinam ​ໂລກ ຄັ້ງ​ທີ 6 - ảnh 1(ພາບປະກອບ: baoyenbai.com.vn)

        ຄະນະນັກກິລາຫວຽດນາມ ອີກຄັ້ງໜຶ່ງຄອງແຊັມໂລກໃນ ງານແຂ່ງຂັນຄວ້າແຊັມກິລາປະເພດ Vovinam ໂລກ ຄັ້ງທີ 6 ເຊິ່ງໄດ້ດໍາເນີນຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກໍາປູເຈຍ ໃນລະຫວ່າງວັນທີ 16 – 22 ທັນວາ. ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນປະເພດຕ່າງໆທັງໝົດ 28 ຫຼຽນ, ໃນນັ້ນ ມີຫຼຽນຄໍາ 18 ຫຼຽນ. ຄະນະນັກກິລາປະເທດເຈົ້າພາບ ກໍາປູເຈຍ ລືນຄະແນນເມື່ອທຽບໃສ່ຄະນະນັກກິລາ ອານເຊຣີ ແລະ ຢືນອັນດັບທີ 2.

 ງານແຂ່ງຂັນຊີງຊະນະເລີດກິລາປະເພດມວຍ Vovinam ໂລກ ຄັ້ງທີ 6 ໄດ້ດຶງດູດນັກກິລາເກືອບ 400 ຄົນ ທີ່ມາຈາກ 24 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.


ຕອບກັບ

ຂ່າວ/ບົດ​ອື່ນ