ຫວຽດນາມ ຮັບຮູ້ຄວາມມານະພະຍາຍາມຂອງບັນດາອົງການຈັດຕັ້ງ ແລະ ວິສາຫະກິດ ໄທ ໃນໄລຍະໂລກລະບາດໂຄວິດ-19

(VOVWORLD) -ຫວຽດນາມ ຕີລາຄາສູງ ແລະ ຮັບຮູ້ບັນດາການປະກອບສ່ວນຂອງສະມາຄົມມິດຕະພາບ ໄທ - ຫວຽດນາມ ແລະ 5 ກຸ່ມບໍລິສັດໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ຫວຽດນາມ ແລະ ໄທ
ຫວຽດນາມ ຮັບຮູ້ຄວາມມານະພະຍາຍາມຂອງບັນດາອົງການຈັດຕັ້ງ ແລະ ວິສາຫະກິດ ໄທ ໃນໄລຍະໂລກລະບາດໂຄວິດ-19 - ảnh 1ພິທີມອບໃບຍ້ອງຍໍ
(ພາບ: TTXVN)

        ວັນທີ 14 ກັນຍາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ດຳເນີນພິທີມອບໃບຍ້ອງຍໍຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ແກ່ສະມາຄົມມິດຕະພາບ ໄທ - ຫວຽດນາມ ແລະ ບາງກຸ່ມບໍລິສັດໃຫຍ່ຂອງ ໄທ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈິແທັງ ຢືນຢັນວ່າ ໃນໄລຍະເກີດໂລກລະບາດໂຄວິດ-19 ຜ່ານມາ, ຫວຽດນາມ ໄດ້ຮັບການໜູນຊ່ວຍອັນລ້ຳຄ່າຈາກປະຊາຄົມສາກົນເວົ້າລວມ ແລະ ໄທ ເວົ້າສະເພາະ, ລັດຖະບານ ໄທ ໄດ້ສ້າງເງື່ອນໄຂສົ່ງອອກວັກຊິນ Astra Zenneca ທີ່ຜະລິດຢູ່ ໄທ ມາ ຫວຽດນາມ ຕາມການສະເໜີຂອງລັດຖະບານ. ຫວຽດນາມ ຕີລາຄາສູງ ແລະ ຮັບຮູ້ບັນດາການປະກອບສ່ວນຂອງສະມາຄົມມິດຕະພາບ ໄທ - ຫວຽດນາມ ແລະ 5 ກຸ່ມບໍລິສັດໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ຫວຽດນາມ ແລະ ໄທ, ກໍຄືຕັ້ງໜ້າຂົນຂວາຍ, ໜູນຊ່ວຍຮຽກຮ້ອງການແຜ່ບໍລິຈາກວັດຖຸອຸປະກອນການແພດເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ຢູ່ ຫວຽດນາມ ໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ