ຫວຽດນາມ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ, ຢຸດຕິການຫັນເປັນທະຫານທີ່ບັນດາໂຄງສ້າງຢູ່ທະເລ

(VOVWORLD) -ເລື່ອງຊຸກຍູ້ການຫັນເປັນການທະຫານຢູ່ບາງໂຄງສ້າງໃນໝູ່ເກາະເຈື່ອງຊາ ບໍ່ພຽງແຕ່ແມ່ນການລ່ວງລ່້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະແຫ່ງນີ້ ຫາກຍັງກໍ່ຄວາມວິຕົກກັງວົນຕໍ່ບັນດາປະເທດໃນພາກພື້ນ. 
ຫວຽດນາມ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ, ຢຸດຕິການຫັນເປັນທະຫານທີ່ບັນດາໂຄງສ້າງຢູ່ທະເລ - ảnh 1ໝູ່ເກາະ ເຈື່ອງຊາ. ພາບ: AP

ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ດຳເນີນໃນຕອນບ່າຍວັນທີ 7 ເມສາ, ທ່ານນາງ ຟ້າມທູຮັ່ງ               ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນອີກຄັ້ງຫນຶ່ງ ກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານ ຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ. ທຸກການກະທຳຫັນເປັນການທະຫານຂອງຈີນ ທີ່ບັນດາໂຄງສ້າງຢູ່ໝູ່ເກາະສອງແຫ່ງດັ່ງກ່າວ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມແລະ ກົດໝາຍສາກົນ. ເມື່ອສະແດງຄິດເຫັນຕໍ່ຂ່າວຄາວ: ຈີນ ໄດ້ດຳເນີນການຫັນເປັນການທະຫານຢູ່ບາງໂຄງສ້າງໃນໝູ່ເກາະ ເຈື່ອງຊາ, ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ:

 “ເລື່ອງຊຸກຍູ້ການຫັນເປັນການທະຫານຢູ່ບາງໂຄງສ້າງໃນໝູ່ເກາະເຈື່ອງຊາ ບໍ່ພຽງແຕ່ແມ່ນການລ່ວງລ່້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະແຫ່ງນີ້ ຫາກຍັງກໍ່ຄວາມວິຕົກກັງວົນຕໍ່ບັນດາປະເທດໃນພາກພື້ນ. ຫວຽດນາມ ຮຽກຮ້ອງ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ຢຸດຕິການເຄື່ອນໄຫວຫັນເປັນການທະຫານ, ບໍ່ຄວນມີການກະທຳກໍ່ຄວາມເຄັ່ງຕຶງຢູ່ພາກພື້ນ, ຮັກສາເງື່ອນໄຂສະດວກ, ສືບຕໍ່ມານພະຍາຍາມພ້ອມກັບອາຊຽນ ຊຸກຍູ້ການເຈລະຈາເພື່ອບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນແລະ UNCLOS”

ແລະກໍ່ໃນການຖະແຫລງຂ່າວ, ເມື່ອເຕື້ອງເຖິງເຫດການ ພົບປະແລກປ່ຽນມິດຕະພາບກຳລັງປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 7 ຄາດວ່າດຳເນີນໃນທ້າຍເດືອນ ເມສາ ປີ 2022, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ: ການເຄື່ອນໄຫວພົບປະແລກປ່ຽນທຸກຂັ້ນ, ທຸກຂະແຫນງການ, ທ້ອງຖິ່ນຕ່າງໆລະຫວ່າງ ຫວຽດນາມ ແລະຈີນ ໄດ້ຮັບການຮັກສາເປັນປະຈຳ ດ້ວຍຫລາຍຮູບການ. ເຫດການພົບປະແລກປ່ຽນມິດຕະພາບກຳລັງປ້ອງກັນຊາຍແດນ ຫວຽດນາມ - ຈີນ ແມ່ນການເຄື່ອນໄຫວປະຈຳປີຂອງສອງກະຊວງປ້ອງກັນປະເທດ, ກຳລັງປ້ອງກັນຊາຍແດນສອງປະເທດ ດ້ວຍຫລາຍເນື້ອໃນອຸດົມສົມບູນ. ນີ້ແມ່ນເຫດການມີຄວາມໝາຍ ເພື່ອເພີ່ມທະວີຄວາມເຂົ້າໃຈຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຍົກສູງປະສິດທິຜົນວຽກງານສົມທົມກັນຄຸ້ມຄອງ, ປົກປັກຮັກສາຊາຍແດນລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດເວົ້າສະເພາະ ແລະ ກອງທັບສອງປະເທດ ເວົ້າລວມ.  

ຕອບກັບ

ຂ່າວ/ບົດ​ອື່ນ