ຫວຽດນາມ ຮຽກຮ້ອງ​ບັນດາ​ຝ່າຍ ຈົ່ງ​ອົດ​ກັ້ນການ​ກະທໍາ​​​ໃຊ້ກໍາລັງ​ອາວຸດ ຢູ່ ຕາ​ເວັນ​ອອກກາງ

(VOVWORLD) -  “ຫວຽດນາມມີຄວາມວິຕົກກັງວົນຕໍ່ຄວາມເຄັ່່ງຕຶງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ຢູ່ພາກພື້ນຕາເວັນອອກກາງ...”
ຫວຽດນາມ ຮຽກຮ້ອງ​ບັນດາ​ຝ່າຍ ຈົ່ງ​ອົດ​ກັ້ນການ​ກະທໍາ​​​ໃຊ້ກໍາລັງ​ອາວຸດ ຢູ່ ຕາ​ເວັນ​ອອກກາງ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: zing.vn)

        ໃນການຖະແຫຼງຂ່າວສາກົນ ນັດສາມັນ ທີ່ໄດ້ດໍາເນີນໃນຕອນບ່າຍວັນທີ 9 ມັງກອນ, ຢູ່່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃນການປະທະກັນໃນຊຸມວັນຜ່ານມາ ຢູ່ ອີຣັກ ຈົ່ງອົດກັ້ນການນໍາໃຊ້ກໍາລັງອາວຸດ, ຊຸກຍູ້ການເຈລະຈາເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນຕາເວັນອອກກາງ ແລະ ໃນໂລກ.

        ເມື່ອຕອບຄໍາຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ໜ້າຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອາເມລິກາ - ອີຣານ ແລະ ບັນດາການຜັນແປໃນເຫດປະທະກັນຫວ່າງມໍ່ໆມານີ້ ຢູ່ ຕາເວັນອອກກາງ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

        “ຫວຽດນາມມີຄວາມວິຕົກກັງວົນຕໍ່ຄວາມເຄັ່່ງຕຶງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ຢູ່ພາກພື້ນຕາເວັນອອກກາງ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍທີ່ມີສ່ວນກ່ຽວຂ້ອງ ຈົ່ງອົດກັ້ນ, ຫຼີກລ້ຽງການກໍ່ຄວາມເຄັ່ງຕຶງຕື່ມອີກ, ບໍ່ນໍາໃຊ້ກໍາລັງອາວຸດ, ປົກປ້ອງສາມັນຊົນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຜ່ານການເຈລະຈາ ໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ”. 

ຕອບກັບ

ຂ່າວ/ບົດ​ອື່ນ