ຫວຽດ​ນາມ ຮຽກ​ຮ້ອງ​ປົກ​ປ້ອງ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ປະ​ເທດເກີດ​ການປະ​ທະ​ກັນ ແລະ ​ເກີດ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ໃນວັນທີ 09 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຜ່ານທາງອອນລາຍ, ຟັງການລາຍງານກ່ຽວກັບສະພາບການປະຕິບັດມະຕິເລກທີ່ 2532 ກ່ຽວກັບໂລກລະບາດໂຄວິດ-19. ທີ່ກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ ແລະ ເກີດໂລກລະບາດໂຄວິດ-19.
ຫວຽດ​ນາມ ຮຽກ​ຮ້ອງ​ປົກ​ປ້ອງ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ປະ​ເທດເກີດ​ການປະ​ທະ​ກັນ ແລະ ​ເກີດ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1ສະພາຄວາມໝັ້ນຄົງ ຮັບຟັງບົດລາຍງານກ່ຽວກັບສະພາບການປະຕິບັດມະຕິເລກທີ 2532 (ພາບ: UN)

ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ ມະຕິເລກທີ່ 2532 ຕ້ອງໄດ້ປະຕິບັດຢ່າງຄົບຖ້ວນຜ່ານການເຄົາລົບ ແລະ ປະຕິບັດຄຳຮຽກຮ້ອງຢຸດຍິງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ຂອງມະຕິຢ່າງມີປະສິດທີຜົນ; ສຸມໃສ່ປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ, ຖືກວິກິດການດ້ານມະນຸດສະທຳ; ເພີ່ມທະວີຄວາມສາມັກຄີ ແລະ ປະສານງານບັນດາຄວາມມານະພະຍາຍາມຂອງທຸກຂັ້ນໃນລະດັບຊາດ, ພາກພື້ນ, ສາກົນ ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງໃນການກະກຽມ, ຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ-19; ຮັບປະກັນໃຫ້ແກ່ການຮັກສາການເຄື່ອນໄຫວປົກປັກຮັກສາສັນຕິພາບໃນສະພາບ “ປົກກະຕິໃໝ່”, ປະກອບສ່ວນເຂົ້າມາດຕະການແກ້ໄຂໄລຍະຍາວເພື່ອຮັກສາສັນຕິພາບແບບຍືນຍົງ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ