ຫວຽດ​ນາມ ຮຽກ​ຮ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​, ຊັບ​ສິນ, ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ພົນ​ລະ​ເມືອງ, ກໍ່​ຄື​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ຢູ​ແກ​ຼນ

(VOVWORLD) -ຫວຽດນາມ ມີຄວາມເອົາໃຈໃຈທີ່ສຸດ ຕໍ່ສະພາບການປະຊາຄົມຊາວຫວຽດນາມ ຢູ່ ຢູແກູນ, ຮຽກຮ້ອງໃຫ້ຮັບປະກັນຄວາມປອດໄພດ້ານຊີວິດ, ຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ກໍ່ຄືວິສາຫະກິດ ຫວຽດນາມ ຢູ່ບໍລິເວນ. ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ປະເທດຢູ່ບໍລິເວນ ພ້ອມກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບພາຍໃນປະເທດ ພວມສົມທົບກັນຢ່າງແໜ້ນແຟ້ນ, ກຽມພ້ອມວິທີການເພື່ອປົກປ້ອງພົນລະເມືອງ.
ຫວຽດ​ນາມ ຮຽກ​ຮ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​, ຊັບ​ສິນ, ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ພົນ​ລະ​ເມືອງ, ກໍ່​ຄື​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ຢູ​ແກ​ຼນ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 25 ກຸມພາ ປີ 2022, ໂດຍຕອບຄຳຖາມຂອງນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ການຜັນແປທີ່ເຄັ່ງຕຶງ ຢູ່ ຢູແກຼນຫວ່າງມໍ່ໆມານີ້ ແລະ ວຽກງານປົກປ້ອງພົນລະເມືອງຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດ ຕໍ່ສະພາບການປະທະກັນທາງອາວຸດຢູ່ ຢູແກຼນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ປະຕິບັດຕາມກົດບັດ ສປຊ ແລະ ບັນດາຫລັກການພື້ນຖານຂອງ ກົດໝາຍສາກົນ, ບໍ່ນຳໃຊ້ອາວຸດ, ປົກປ້ອງປະຊາຊົນ, ສືບຕໍ່ເຈລະຈາເພື່ອຊອກຫາມາດຕະການສັນຕິພາບ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນທົ່ວໂລກ.

ຫວຽດນາມ ມີຄວາມເອົາໃຈໃຈທີ່ສຸດ ຕໍ່ສະພາບການປະຊາຄົມຊາວຫວຽດນາມ ຢູ່ ຢູແກຼນ, ຮຽກຮ້ອງໃຫ້ຮັບປະກັນຄວາມປອດໄພດ້ານຊີວິດ, ຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ກໍ່ຄືວິສາຫະກິດ ຫວຽດນາມ ຢູ່ບໍລິເວນ. ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຢູ່ບໍລິເວນ ພ້ອມກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບພາຍໃນປະເທດ ພວມສົມທົບກັນຢ່າງແໜ້ນແຟ້ນ, ກຽມພ້ອມວິທີການເພື່ອປົກປ້ອງພົນລະເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ