ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ລາ​ແອັນ ຍົກ​ເລີກ​ການ​ປິດ​ລ້ອມ ເຂດ Gaza, ຢຸດ​ຕິການ​ເປີດ​ກ້​ວາງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານຄົງ​ທີ່

(VOVWORLD) -  ວັນທີ 25 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອຍລາຍປຶກສາຫາລືກ່ຽວກັບສະພາບການຢູ່ຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ລາ​ແອັນ ຍົກ​ເລີກ​ການ​ປິດ​ລ້ອມ ເຂດ Gaza, ຢຸດ​ຕິການ​ເປີດ​ກ້​ວາງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານຄົງ​ທີ່ - ảnh 1ກອງປະຊຸມທາງອອຍລາຍປຶກສາຫາລືກ່ຽວກັບສະພາບການຢູ່ຕາເວັນອອກກາງ 

ມີຫຼາຍປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຄວາມເຄັ່ງຕຶງ ຢູ່ພື້ນທີ່ຕົວຈິງ, ເປັນຕົ້ນແມ່ນບັນດາການກະທຳໃຊ້ຄວາມຮຸນແຮງທີ່ພວມເພີ່ມຂຶ້ນຫວ່າງແລ້ວນີ້ ຢູ່ເຂດ Gaza ແລະ ເລື່ອງ ອິດສະລາແອນສືບຕໍ່ເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຢ່າງຜິດກົດໝາຍ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີບັນດາຄວາມມານະພະຍາຍາມດ້ານມະນຸດສະທຳໃຫ້ແກ່ຊາວປະແລັດສະຕິນ ແລະ ສະເໜີໃຫ້ອິດສະລາແອັນຍົກເລີກການປິດລ້ອມເຂດ Gaza ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳບໍ່ຖືກກີດຂວາງ. ຜູ້ຕາງໜ້າຫວຽດນາມ ກໍ່ຮຽກຮ້ອງໃຫ້ອິດສະລາແອັນຢຸດຕິການເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່, ຢຸດຕິການທັບມ້າງ ແລະ ຢຶດເອົາຊັບສິນຂອງຊາວປາແລັດສະຕິນ, ປະຕິບັດບັນດາພັນທະຕາມກົດໝາຍມະນຸດສະທຳສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ, ໃນນັ້ນມີມະຕິເລກທີ 2334 ຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ