ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ Lebanon ຈົ່ງລະງັບໃຈ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ

(VOVWORLD) -ທ່ານ ດັ້ງດິ່ງກຸຍ ໄດ້ຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈຢ່າງສຸດຂີດ ແລະ ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຄົາລົບມະຕິເລກທີ 1701 ຂອງສະພາຄວາມໝັ້ນຄົງ
ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ Lebanon ຈົ່ງລະງັບໃຈ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ - ảnh 1(ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ)

ວັນທີ 10 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ Lebanon ແລະ ການປະຕິບັດໜ້າທີ່ຂອງກຳລັງຊົ່ວຄາວສະຫະປະຊາຊາດຢູ່ປະເທດນີ້ (UNIFIL).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ ໄດ້ຍົກອອກຄວາມວິຕົກກັງວົນກ່ຽວກັບບັນດາຄວາມເຄັ່ງຕຶງຫວ່າງມໍ່ໆມານີ້ຢູ່ເຂດຊາຍແດນ ອິດສະຣາແອນ ແລະ Lebanon ແລະ ເລື່ອງບັນດາຝ່າຍສືບຕໍ່ລະເມີດກົດໝາຍມະຕິເລກທີ 1701. ທ່ານ ດັ້ງດິ່ງກຸຍ ໄດ້ຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈຢ່າງສຸດຂີດ ແລະ ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຄົາລົບມະຕິເລກທີ 1701 ຂອງສະພາຄວາມໝັ້ນຄົງ, ເຄົາລົບສິດເສລີໃນການໄປມາຂອງ UNIFIL ແລະ ສ້າງເງື່ອນໄຂໃຫ້ແກ່ຄະນະຜູ້ແທນສຳຜັດກັບບັນດາສະຖານທີ່ມີຄວາມສົນໃຈຢ່າງຄົບຖ້ວນ ແລະ ທັນການ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ຫວຽດນາມ ສະໜັບສະໜູນການຕໍ່ກຳນົດເວລາການເຄື່ອນໄຫວຂອງ UNIFIL ໃນໄລຍະຈະມາເຖິງ ແລະ ຮຽກຮ້ອງຕ້ອງມີບັນດາມາດຕະການປົກປ້ອງຄວາມປອດໄພໃຫ້ແກ່ພາລະກອນຮັກສາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ