ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຳມະນາ ສາກົນກ່ຽວກັບແມ່ຍິງ ຢູ່ອາຟະລິກາໃຕ້

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຳມະນາ ສາກົນກ່ຽວກັບແມ່ຍິງ ຢູ່ອາຟະລິກາໃຕ້ - ảnh 1
(ພາບປະກອບ)

(vovworld) - ຢູ່ Pretoria, ​ແຕ່​ວັນ​ທີ 08 - 09/03, ​ເນື່ອງ​ໃນ​ໂອກາ​ດສະ​ເຫຼີມສະຫຼອງວັນ​ແມ່ຍິງ​ສາກົນ 08/03 ​ແລະ ພິທີ​ສະ​ເຫຼີ​ມສະຫຼອງ 20 ​ແຫ່ງ​ວັນ​ເສລີພາບ ​ແລະ ປະຊາທິປະ​ໄຕ​ປະ​ເທດ​ອາ​ຟະ​ລິ​ກາ​ໃຕ້, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ອະ​ດິດນັກຮົບ​ອາ​ຟະ​ລິ​ກາ​ໃຕ້ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະນາສາ​ກົນ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ອະດິດນັກຮົບ​ຍິງໃນ​ບັນດາ​ສົງຄາມ​ປົດ​ປ່ອຍ​ຊາດ ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ວິວັດ​ການ​ສ້າງ​ລະບອບ​ປະຊາທິປະ​ໄຕ​ໃນ​ປະຈຸ​ບັນ. ພາຍ​ໃຕ້​ຫົວ​ຂໍ້​ວ່າ “ອະດີດ​ນັກຮົບ​ຍິງ - ພ້ອມ​ກັນ​ຊຸກຍູ້​ຄວາມ​ກ້າວໜ້າ”, ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ອະດິດນັກຮົບ​ຍິງ​ອາ​ຟະ​ລິ​ກາ​ໃຕ້ ​ແລະ ສາກົນ​ຫວນ​ຄືນ​ປະ​ຫວັດ​ສາດທີ່​ສະຫງ່າ​ອົງອາດ​ໃນ​ການ​ຕໍ່ສູ້, ​ແບ່ງປັນບົດຮຽນ, ພ້ອມ​ທັງ​ແລກປ່ຽນ​ບົດຮຽນ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ໄດ້​ວາງ​ອອກ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ຊີວິດ​ອັນ​ດີງາມ​ກວ່າ​ໃຫ້​ທຸກໆ​ຄົນ, ພິ​ເສດ​ແມ່ນ​ແມ່ຍິງ.

​ຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ລິວ​ທິທູ​ຮ່າ, ນັກວິຊາການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ອ່ານ​ບົດ​ປະກອບ​ຄຳ​ເຫັນ​ຊີ້​ແຈ້ງ​ບົດບາດ​ສຳຄັນ​ຂອງ​ແມ່ຍິງ​ຫວຽດນາມ ​ໃນ​ພາລະກິດ​ຕໍ່​ສູ້​ຍາດ​ເອົາ​ຄວາມ​ເສລີພາບ, ​ເອກະລາດ ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ບົດ​ປະກອບ​ຄຳ​ເຫັນ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ທີ່ກອງ​ປະຊຸມ.

ຂ່າວ/ບົດ​ອື່ນ